ເຈົ້າໜ້າທີ່ຈັບແກ໋ງຄໍເຊັນເຕິ້ສ້າງຜົນເສຍຫາຍ 500 ລ້ານກວ່າກີບ


     ໃນເດືອນມີຖຸນາ 2022, ປກສ ເມືອງໄຊທານີນະຄອນຫຼວງງວຽງຈັນ ສາມາດກັກຕົວຜູ້ຖືກຫາຄະດີສໍ້ໂກງຊັບ ( ຄໍເຊັນເຕິ້ ) ໄດ້ຈຳນວນ 3 ຄົນ ຜົນເສຍຫາຍ 500 ລ້ານກວ່າກີບ, ຍ້ອນຫຼົງເຊື່ອກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍອ້າງໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ.

    ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ : ສາມາດກັກຕົວຜູ້ຖືກຫາຄະດີສໍ້ໂກງຊັບພົນລະເມືອງ ໄດ້ຈຳນວນ 3 ຄົນ ຄື: ນາງ ຄູນສະຫວັນ ອາຍຸ 31 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ, ທ້າວ ທັນວາ ບຸນຊັບ ອາຍຸ 27 ປີ ບ້ານໂນນສະອາດ ແລະ ທ້າວ ຕູ່ ຢ່າງ ອາຍຸ 21 ປີ ຢູ່ບ້ານດົງໂດກ ເມືອງໄຊທານີ ຜົນເສຍຫາຍ 500 ລ້ານກວ່າກີບ.


     ເຫດການເກີດຂື້ນຍ້ອນກຸ່ມຄໍເຊັນເຕີໄດ້ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ,ເມື່ອມີຜູູ້ຫຼົງເຊື່ອສະໝັກວຽກ (ຜູູ້ຖືກຫາ) ກໍ່ຈະໃຫ້ສົ່ງຮູບພາບບັດປະຈໍາຕົວ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ຫຼື ຄິວອາໂຄສ ໃຫ້ກຸ່ມຄໍເຊັນເຕີ້ ໂດຍອ້າງວ່າຈະນຳໃຊ້ເອກະສານເຫຼົ່ານີ້ ເພື່ອຢັ້ງຢືນສະໝັກວຽກ ໂດຍອ້າງວ່າຜູ້ກ່ຽວຊື່ນາງ ດາ. 


    ຫຼັງຈາກນັ້ນ,ກຸ່ມຄໍເຊັນເຕີ້ກໍ່ຈະໂພສຮັບແລກປ່ຽນເງິນຕາ ຫຼື ຕ້ອງການແລກປ່ຽນເງິນຕາ ທາງເຟສບຸກເພຈ “ຮ້ານແລກປ່ຽນເງິນຕາ ເງິນດ່ວນ CSN ແລະ ເພຈອື່ນໆ ເພື່ອຫາລູກຄ້າ(ຜູ້ຖືກເສຍຫາຍ)ເມື່ອມີຄົນຕິດຕໍ່ຫາເພື່ອແລກປ່ຽນເງິນຕາແລ້ວກໍຈະໃຫ້ຜູ້ທີ່ສະໝັກວຽກທາງອອນລາຍຕ່າງໜ້າໄປພົບກັບລູກຄ້າ ໂດຍຈະມີການນັດແນະນຳໃຫ້ບອກກັບລູກຄ້າວ່າ ນາງ ດາທແລະ ພວກກ່ຽວເປັນຍາດພີ່ນ້ອງກັນ ແລະ ສະເໜີເງິນຄ່າຕອບແທນໃຫ້.

    ເມື່ອລູກຄ້າໂອນເງີນໃຫ້ແກ່ຜູ້ຕ່າງໜ້າ ທີ່ໝັກວຽກກັບນາງ ດາ, ແລ້ວຫຼັງຈາກນັ້ນນາງ ດາ ກໍຈະສັ່ງການໃຫ້ເອົາເງິນທີ່ສໍ້ໂກງມາໄປແລກເປັນເງິນບາດ ແລະ ໂອນເຂົ້າບັນຊີເງິນຝາກຢູ່ປະເທດໄທ (ໂດຍມີການຫັກຄ່າຈ້າງໃຫ້ແກ່ຜູ້ທີ່ໄປໂອນ).
    
ຂໍ້ມູນ: ນສພ ຄວາມສະຫງົບ.

0 Comments