"ຜົນງານຝາກໄວ້ລູກຫລານເບີ່ງ"
ຂ້າພະເຈົ້າຊື່ ທ. ທອງວັນ ຊົງ ເກີດເມຶ່ອວັນທີ 6.10.1991 ວິຊາທີ່ຮຽນຈົບ ຄູຄະນິດສາດ-ຟີຊິກສາດ ລະບົບຊັ້ນສູງຮຽນຈົບຈາກໂຮງຮຽນສ້າງຄູວິທະຍາໄລອ່ຽນບ້າຍ(ສສຫວຽດນາມ) ໄລຍະຮຽນ2013-2016 ໄດ້ເລີ່ມເຂົ້າສອນຢູ່ໂຮງຮຽນ ມ.ສມ່ວງດອນມູນ ເມຶອງຄອບ ແຂວງໄຊຍະບູລີ
ໃນສົກຮຽນ2016-2017 ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດ ມ.4 ໄດ້ທີ2ຂັ້ນເມືອງ, ສົກຮຽນ2017-2018ສາມາດຊ້ອມນັກຮຽນເກັ່ງວິຊາຄະນິດສາດຂັ້ນມ4ໄດ້ທີ3ຂັ້ນເມຶອງ ແລະ ຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ7ຂັ້ນກະຊວງ.
ໃນສົກຮຽນ 2018-2019 ໄດ້ຍ້າຍໄປປະຈຳການຢູ່ໂຮງຮຽນ ມ.ຕນ້ຳຄ່າ ສາມາດເຝິກຊ້ອມນັກຮຽນເກັ່ງວິຊາຟີຊິກສາດຂັ້ນມ4 ໄດ້ທີ1ຂັ້ນເມຶອງ, ທີ1ຂັ້ນແຂວງ ແລະທີ8ຂັ້ນກະຊວງໃນສົກຮຽນ 2019-2020
ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ ໃນສົກຮຽນ2020-2021 ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ3ຂັ້ນແຂວງ ໃນສົກຮຽນ2021-2022 ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ.
ໄດ້ສອບເສັງເຂົ້າລັດຖະກອນ2ເທຶ່ອແຕ່ບໍ່ເຫັນຄະແນນ ແລະ ກໍບໍ່ໄດ້ລັດຖະກອນເລີຍ.
ມາປີນີ້ 2022 ບໍ່ມີຮອດລາຍຊື່ໄປເສັງເຂົ້າລັດຖະກອນນຳຫມູ່ກໍເລີຍລາອອກຈາກຄູອາສາຍ້ອນມີຄວາມຫຍູ້ງຍາກຫລາຍແລະບໍ່ສາມາດລ້ຽງຄອບຄົວໄດ້.
ຂໍ້ມູນ:
0 Comments