ຫຼາຍກວ່າ 600 ປໍ້າ ໄດ້ຮັບນໍ້າມັນເຊື້ອໄຟ ແລະ ຈະເລີ່ມເປີດໃຫ້ບໍລິການ
ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 20 ມິຖຸນາກ່ຽວກັບການເປີດບໍລິການປໍ້ານໍ້າມັນເຊື້ອໄຟວ່າ: ໃນວັນທີ 20 ມິຖຸນາ ມີປໍ້ານໍ້າມັນເຊື້ອໄຟທີ່ເປີດບໍລິການເປັນປົກກະຕິທັງໝົດ 706 ປໍ້າແລະອີງຕາມທິດຊີ້ນໍາຂອງຄະນະ36/ນຍແມ່ນເລີ່ມຕັ້ງແຕ່ວັນທີ 20 ມິຖຸນາເປັນຕົ້ນໄປຈະມີປໍ້ານໍ້າມັນເຊື້ອໄຟເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ.
ທ່ານຍັງໃຫ້ຮູ້ວ່າ: ເພື່ອຮັບປະກັນການສະຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ ລັດຖະບານໄດ້ກະກຽມອະນຸມັດເປີດແອລຊີ(LC) ຫຼື ບັນຊີຄໍ້າປະກັນການຊໍາລະໃນມູນຄ່າທີ່ສູງໃຫ້ແກ່ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະຈະສາມາດຂະຫຍາຍອອກໄປໄດ້ຕື່ມອີກເຊັ່ນ: ປໍ້າຂອງບໍລິສັດ ພີທີທີ ລາວ ຈໍາກັດ ຈະສາມາດເປີດໄດ້ອີກ 43 ປໍ້າ. ເພື່ອເປັນອີກທາງເລືອກໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ. ລັດຖະບານຍັງມີທິດຊີ້ນໍາໃຫ້ບັນດາບໍລິສັດນໍາເຂົ້ານໍ້າເຊື້ອໄຟພາຍໃນປະເທດປຶກສາຫາລືສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ຫຼື ຈາກປະເທດຜູ້ຜະລິດທີ່ມີລາຄາຖືກກວ່າ ແລະ ຄິດວ່າຈະມີຄວາມຄືບໜ້າໃນໄວໆນີ້.
ຄຽງຄູ່ກັນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ,ປະສົມນໍ້າມັນເຊື້ອໄຟພາຍໃນປະເທດເຊັ່ນ:ໂຮງງານກັ່ນນໍ້າມັນລາວເປັກ,ໂຮງງານປະສົມນໍ້າມັນເຊື້ອໄຟຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບອາໂກຣເທັກໂດຍຄາດວ່າຈະມີກຳລັງການຜະລິດລວມເບື້ອງຕົ້ນ ເປັນນໍ້າມັນແອັດຊັງ 65 ລ້ານລິດ/ປີ, ນໍ້າມັນກາຊວນ 150 ລ້ານລິດ/ປີ ແລະ ນໍ້າມັນກາຊວນຊີວະພາບ 4 ລ້ານລິດ/ປີ.
ຂ່າວ: LNR
0 Comments