ສານຕັດສິນແລ້ວ ຄະດີຂົນຄັນຊາ 90 ແທ່ງ ໜັກ 69 ກິໂລກຼາມ


ຂົນຄັຊາ 90 ແທ່ງ ຕັດສິນຈຳຄຸກ 7 ປີ.

     ໃນວັນທີ 13 ມິຖຸນາ 2022 ສານປະຊາຊົນແຂວງຄຳມ່ວນຕັດສີນ ຈາມົວ ໃນສະຖານການຂົນສົ່ງຄັນຊາແຫ່ງ 90 ແທ່ງ ຈຳຄຸກ 7 ປີ ພ້ອມທັງປັບໃໝ 10 ລ້ານກີບ.

       ທ້າວ ຈາມົວ ( ຈຳເລີຍ ) ອາຍຸ 27 ປີ ຢູ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແມ່ນໄດ້ຖືກຄະນະສານອາຍາ ແຂວງຄຳມ່ວນຕັດສີນຈຳຄຸກ 7 ປີ ພ້ອມທັງປັບໃໝ 10 ລ້ານກີບ.ໃນສະຖານການຂົນສົ່ງຄັນຊາແຫ່ງ ໄອຍະການປະຊາຊົນແຂວງຄຳມ່ວນ.

      ໃນຄັ້ງວັນທີ 2 ພະຈິກ 2021ທ້າວ ຈາມົວ ( ຈຳເລີຍ ) ໄດ້ຂັບຂີ່ລົດ ຮຸນໄດ  ກຂ 6032 ຈຳປາສັກ ໄປຮັບເອົາຄັນຊາຢູ່ທີ່ ເມືອງຄຳເກີດ ແຂວງບລິຄຳໄຊ ເພື່ອໄປສົ່ງຄັນຊາ ໃຫ້ຜູ້ຮ່ວມຂະບວນການ ຢູ່ ທີ່ທາງ ແບ່ງຫຼັກຊາວ ພໍຜູ້ກ່ຽວຂັບຂີ່ ລົດມາຮອດ ຈຸດກວດກາ ທາງເຈົ້າໜ້າທີ່ຕຳຫຼວດ ຈະລາຈອນ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ຈຶ່ງຖືກເຈົ້າໜ້າທີ່ກັກ ແລະ ທຳການຂໍກວດກາລົດຄັນດັ່ງກ່າວ ພາຍຫຼັງກວດກາແລ້ວ ຈຶ່ງໄດ້ພົບເຫັນ ຄັນຊາແທ່ງ ຈຳນວນ 90 ແທ່ງ ນ້ຳໜັກ 69 ກິໂລກຼາມ.

     ຜ່ານການຄົ້ນຄ້ວາ ທ້າວ ຈາມົວ ( ຈຳເລີຍ ) ແມ່ນມີເຈຕະນາກະທຳຜິດ. ສະນັ້ນ, ສານຈຶ່ງເຫັນຄວນລົງໂທດ
ຕັດອິດສະຫຼະພາບ ດັ່ງທີ່ກ່າວມາ.

ພາບ - ຂ່າວ: ແກ້ວດວງສອນ

#laokhao
#ເລົ່າຂ່າວ
#ບອກຕໍ່

0 Comments