ນໍ້າມັນໃນລາວແພງ!!! ຄົນແຫ່ໄປເຕີມຢູ່ຝັ່ງໄທ

ຕາມການລາຍງານຂອງສຳນັກຂ່າວຊ່ອງ 3 ປະເທດໄທ ໃຫ້ຮູ້ວ່າ: ຄົນລາວຂັບລົດມາໃສ່ນໍ້າມັນໃນໄທຫຼາຍຂຶ້ນ, ໂດຍສະເພາະປໍ້າ ປຕທ ເຂດແຂວງໜອງຄາຍ

ທີ່ໃກ້ກັບນະຄອນຫຼວງວຽງຈັນ ເມືອງກອມເກາະ ແຂວງໜອງຄາຍ ໄດ້ມີລົດໃຫຍ່ ທີ່ມີປ້າຍທະບຽນລາວ ບໍ່ວ່າຈະເປັນລົດສ່ວນຕົວ

ລົດຕູ້ ລົດບັນທຸກນ້ອຍ ເຂົ້າມາເຕີມນໍ້າມັນໃນປໍ້າເປັນຈຳນວນຫຼາຍ ແລະ ສ່ວນໃຫຍ່ມັກຈະເຕີມເຕັມຖັງ ທັງກາຊວນ ແລະ ແອັດຊັງ

ເນື່ອງຈາກລາຄານໍ້າມັນໃນ ສປປ ລາວ ແພງຂຶ້ນ.

ລາຄານໍ້າມັນ ຈາກ ປຕຕ ໃນໄທ

ໂທລະໂຄ່ງ THOLAKHONG | ເລົ່າຂ່າວ

0 Comments