
ເລີ່ມຈາກອັງຄານ-ພຸດແລ້ວ ທີ່ເຫລດທະນາຄານກີບ-ບາດ 475
ນາງ ຕິຕີ່ ( ນາມສົມມຸດ )ມີເງິນກີບ 166,250 ລ້ານກີບ
ນາງ ຕິຕີ່ ນໍາເຂົ້າ-ສົ່ງອອກສີນຄ້າໄປໄທ ເລີຍຍື່ນໃບສະເໜີຂໍຊື້ເງິນບາດກັບທະນາຄານ ໃນເຫລດ 475 ໄດ້ມາ 350 ລ້ານບາດ ທະນາຄານຂາຍອອກ 475 ປຸບ ປັບເຫລດລົງມາເງືອດງາດເຫລືອ 422
ນາງ ຕິຕີ່ ເອົາເງິນບາດ 350ລ້ານບາດ ໄປກວາດຊື້ໂດລາກັບຮ້ານແລກເງິນທາງນອກໄດ້ເຫລດ 35.00 ໄດ້ເງິນມາ 10ລ້ານໂດລາ
ນາງຕິຕີ່ ໂອນເງິນ 10 ລ້ານໂດລາໄປໄທ ແລກເອົາເງິນບາດໄດ້ເຫລດ 35.40 ນາງ ຕິຕີ່ ໄດ້ເງິນບາດມາ 354 ລ້ານບາດ ຢູ່ຊື່ໆເຫລດເງິນກໍຂຶ້ນ ເຫລດທະນາຄານກັບເຫລດນອກໂດດຫ່າງກັນ (ຢູ່ຊຶ່ໆອີ່ຫລີໄດ໊ ແບບທຳມະຊາດ ອໍແກນິກ ບໍ່ມີໃຜເຮັດຫຍັງ)
ນາງ ຕິຕີ່ ໂອນເງິນຝັ່ງໄທກັບມາຝັ່ງລາວ 354 ລ້ານບາດ ໂຊກດີໄປຂາຍໄດ້ໃນເຫລດເງິນ 520 ໄດ້ເງິນ 184,080 ລ້ານກີບ, ຈາກເງິນຕັ້ງຕົ້ນ 166,250 ລ້ານກີບ
ຜ່ານໄປ 1 ອາທິດ ນາງ ຕິຕີ່ ໄດ້ເງິນຄືນ 184,080 ລ້ານກີບ
ກຳໄລໄປ 17,830 ລ້ານກີບ
0 Comments