ຫາກຄົນລາວນໍາໃຊ້ຜະລິດຕະພັນພາຍໃນ ຈະເກີດຫຍັງຂຶ້ນ?


ເມື່ອຄົນລາວເຮົາພາກັນນໍາໃຊ້ຜະລິດຕະພັນພາຍໃນ ຈະເກີດຫຍັງຂຶ້ນ?

ທ່ານເຄີຍສົງໄສບໍ່ ເມືື່ອເຮົານໍາໃຊ້ສິນຄ້າພາຍໃນປະເທດຫຼາຍຂຶ້ນ ຈະເກີດຫຍັງຂຶ້ນ ເເລະ ມີຜົນດີເເນວໃດ? ເປັນຫຍັງເຮົາຄວນໃຊ້ຜະລິດຕະພັນພາຍໃນ?
ມື້ນີ້ເເອັດຈະມາວິເຄາະໃຫ້ຟັງສະບັບເເບບງ່າຍໆເຂົ້າໃຈໄວ 
ວ່າຖ້າເຮົານໍາໃຊ້ຜະລິດຕະພັນພາຍໃນເເລ້ວຈະເກີດຫຍັງຂຶ້ນ.
+ນີ້ກໍຄືສິ່ງທີ່ຈະເກີດຂຶ້ນເມື່ອເຮົາຫັນມາໃຊ້ສິນຄ້າພາຍໃນ:
1. ສິນຄ້າຈະມີຄຸນນະພາບຂຶ້ນ
ການທີ່ເຮົານໍາໃຊ້ສິນຄ້າພາຍໃນມັນກ່ຽວຂ້ອງເເນວໃດກັບສິນຄ້າມີຄຸນນະພາບ? 
+ການທີ່ສິນຄ້າຈະມີຄຸນນະພາບມັນກ່ຽວຂ້ອງຍ້ອນວ່າ ເມື່ອເຮົານໍາໃຊ້ສິນຄ້າ ລາຍໄດ້ຂອງບໍລິສັດ (ເຈົ້າຂອງທຸລະກິດ) ກໍຈະເພີ່ມຂຶ້ນ. ເມື່ອລາຍໄດ້ເພີ່ມຂຶ້ນກໍຈະເຮັດໃຫ້ເກີດການພັດທະນາຜະລິດຕະພັນໃຫ້ມີຄຸນນະພາບຂຶ້ນເພື່ອຕອບໂຈດລູກຄ້າ.

2. ການລົງທຶນ 
ການລົງທຶນກໍຄື ເມື່ອຫົວໜ່ວຍທຸລະກິດມີລາຍໄດ້ເພີ່ມ ກໍຈະເຮັດໃຫ້ມີການຂະຫຍາຍທຸລະກິດ ຫຼື ການລົງທຶນເພີ່ມຂຶ້ນ ເເລະ ຈະມີຜະລິດຕະພັນໃໝ່ໆເກີດຂຶ້ນມາ

3. ການຈ້າງງານ
ການຈ້າງງານ ຄື ເມື່ອມີການລົງທຶນເເລ້ວ ກໍຈະເຮັດໃຫ້ມີການຈ້າງງານເພີ່ມຂຶ້ນ. ການຈ້າງງານເພີ່ມຂຶ້ນຈະສົ່ງຜົນດີຕໍ່ປະຊາຊົນ ນັ້ນກໍຄືມີລາຍຮັບ ເມື່ອປະຊົນຊາຊົນມີລາຍຮັບຈະເຮັດໃຫ້ເສດຖະກິດມີການຂະຫຍາຍໂຕ(GDP)ສູງຂຶ້ນ

4. ເງິນຕາຕ່າງປະເທດກໍຈະສູງຂຶ້ນ
  ເມື່ອມີການລົງທຶນ ຫຼື ຂະຫຍາຍທຸລະກິດກໍຈະເຮັດໃຫ້ເກີດຜະລິດຕະພັນ ເມື່ອເກີດຜະລິດພັນ ຈະກໍ່ໃຫ້ເກີດການສົ່ງອອກສິນຄ້າອອກສູ່ຕ່າງປະເທດ. ການສົ່ງອອກສິນຄ້າອອກສູ່ຕ່າງປະເທດກໍຈະໄດ້ເງິນມາໃນຮູບເເບບຂອງເງິນຕາ ເຊິ່ງເງິນຕາເຫຼົ່ານັ້ນກໍຈະເຮັດໃຫ້ ເງິນຕາຕ່າງປະເທດເຮົາເພີ່ມຂຶ້ນນັ້ນເອງ.

5.ອັດຕາເງິນເຟີ້ຫຼຸດລົງ
ຈະສົ່ງຜົນຕໍ່ອັດຕາເງິນເຟີ້ຫຼຸດລົງ ເເລະ ການນໍາໃຊ້ເງິນຕາ ຄື ເມື່ອບໍ່ມີຄວາມຕ້ອງການຈາກສິນຄ້າພາຍນອກ ຄົນພາຍໃນກໍບໍ່ຕ້ອງການເງິນຕາເພື່ອຊື້ສິນຄ້າ ເເລະ ນີ້ເອງຈະເຮັດໃຫ້ປະຊາຊົນ ຫຼື ຫົວໜ່ວຍທຸລະກິດໃຊ້ເງິນກີບຫຼາຍຂຶ້ນ ເເລະ ສຸດທ້າຍຈະເຮັດໃຫ້ເງິນເເຂງຄ່ານັ້ນເອງ.
.
*ຖ້າການວິເຄາະຜິດພາດປະການໃດ ຕ້ອງຂໍອະໄພດ້ວຍ! 
.
--------------------------------------------
ຂໍອະນຸຍາດເຈົ້າຂອງຮູບພາບຜະລິດຕະພັນລາວ
--------------------------------------------
#ເລົ່າຂ່າວ

0 Comments