ປກສ ເມືອງຫາດຊາຍຟອງ ມ້າງກຸ່ມຄ້າຂາຍຢາເສຍຕິດ​ລາຍ​ໃຫຍ່

ທັບມ້າງລາຍໃຫຍ່ ຢຶດຂອງກາງໄດ້ 66.000 ເມັດ

ໃນວັນທີ 15 ມິຖຸນາ 2022, ເວລາ 22:00 ໂມງ ປກສ ເມືອງຫາດຊາຍຟອງ ນວ ແກ້ໄຂກຸ່ມຄ້າຂາຍຢາເສຍຕິດ ຢູ່ຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານນາໄຫ ສາມາດກັກຜູ້ຖືກສົງໄສ 3 ຄົນຄື:

ທ້າວ ເກດມະນີ ອາຍຸ 28 ປີ, ຢູ່ບ້ານສີຖານໃຕ້, ທ້າວ ອາເລັກ ອາຍຸ 22 ປີ ແລະ ທ້າວ ເກມ ອາຍຸ 21 ປີ ຢູ່ບ້ານປາກເປັ່ງ ເມືອງຫາດຊາຍຟອງ  ພ້ອຂອງກາງຢາບ້າ 6.000 ເມັດ. 

ນອກຈາກນີ້, ເວລາ 9:45 ໂມງ ຂອງວັນທີ 17 ມິຖຸນາ 2022, ໄດ້ສືບຕໍ່ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ ບ້ານດົງໂພນເລົາ 

ສາມາດຈັບຕົວຜູ້ຖືກສົງໃສໄດ້ 2 ຄົນຄື: ທ້າວ ສັນຕິ ອາຍຸ 25 ປີ ແລະ ທ້າວ ດາວັນ ອາຍຸ 21 ປີ, ພັກເຊົາຢູ່ ບ້ານສະຫວ່າງ ເມືອງຫາດຊາຍຟອງ ພ້ອມຢາບ້າ 60.000 ເມັດ.

0 Comments