ຫ້າມຕິດປະກາດ ຫຼື ໂຄສະນາຂາຍສິນຄ້າ ແລະ ບໍລິການເປັນເງິນຕາຕ່າງປະເທດ


ແຂວງ ຫຼວງພະບາງ ອອກແຈ້ງການ ຫ້າມຕິດປະກາດ ຫຼື ໂຄສະນາຂາຍສິນຄ້າ ແລະ ບໍລິການເປັນເງິນຕາຕ່າງປະເທດ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ ຂໍຖືເປັນກຽດແຈ້ງການເຖິງ ຫ້ອງການ ອຸດສາຫະກຳ ແລະ ການຄ້າ 11 ເມືອງ ແລະ 1 ນະຄອນ ລວມເຖິງຜູ້ປະກອບການຫົວໜ່ວຍທຸລະກິດທີ່ທໍາ ການຜະລິດ, ທຳການຄ້າຂາຍ ແລະ ທຳການບໍລິການ ພາຍໃນແຂວງຫຼວງພະບາງຮັບຊາບດັ່ງນີ້:

1. ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໂຄສະນາເຜີຍແຜ່ໃຫ້ບັນດາຜູ້ປະກອບການ ຫົວໜ່ວຍທຸລະກິດພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ຕິດລາຄາຂາຍສິນຄ້າ ຫຼື ໂຄສະນສິນຄ້າເປັນ ເງິນກີບ

ພ້ອມທັງລົງຕິດຕາມບັນດາຮ້າງຮ້ານທຸລະກິດຕ່າງໆຢູ່ພາຍໃນເມືອງຂອງຕົນເປັນປະຈຳ ແລະ ລາຍງານຜົນການຈັດຕັ້ງເຖິງພະແນກອຸດສາຫະກຳ ແລະ ການຄ້າຮັບຊາບເປັນແຕ່ລະໄລຍະ.

2. ຫ້າມຜູ້ປະກອບການຫົວໜ່ວຍທຸລະກິດທ່ີ ດຳເນີນການຜະລິດ ການຊື້-ຂາຍ ແລະ ບໍລິການຕ່າງໆພາຍໃນ ແຂວງ ຫຼວງພະບາງ ຕິດປະກາດ ຫຼື ໂຄສະນາຂາຍສິນຄ້າອື່ນໆ ເປັນເງິນຕາຕ່າງປະເທດ ແລະ ຕ້ອງຕິດ ລາຄາຂາຍ ຫຼື ໂຄສະນາເປັນເງີນກີບໃສ່ສິນຄ້າແຕ່ລະຊະນິດພາຍໃນຮ້ານຂອງຕົນ.

3. ຖ້າຫາກມີການກວດກາພົບເຫັນການລະເມີດ ແມ່ນຈະຖືກນໍາໃຊ້ມາດຕາການໃນການປັບໃໝ່ຈໍານວນ1,000,000ກີບ/ຄັ້ງ ຕາມຂໍ້ຕົກລົງສະບັບເລກທີ 1499/ອຄ,ກຄພນ,ລົງວັນທີ 8 ກັນຍາ 2017 (ໝວດທີ່5 ມາດຕາທີ21) ແລະ

ຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 55/ສພຊ ລົງວັນທີ 22 ທັນວ່າ 2014 ພ້ອມທັງດຳເນີນລະບຽບການອື່ນໆຕາມກົດໝາຍຂອງຂະແໜງການກ່ຽວຂ້ອງນຳນົດອີກດ້ວຍ ເປັນແຕ່ລະຕາມກໍລະນີໜັກ ຫຼື ເບົາ.

0 Comments