ເຈົ້າໜ້າທີ່ ຢືດນໍ້າມັນແຄມທາງ ໄດ້ຈຳນວນຫຼາຍ
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາການ ຊື້ຂາຍ ນໍ້າມັນເຊື້ອໄຟ ຊະຊາຍຕາມແຄມທາງ ສາມາດ ກວດກາ ພົບ 26 ຮ້ານ ຢືດນໍ້າມັນກາຊ່ວນ ແລະ ແອັດຊັງຫລາຍລິດ.
ໃນຄັ້ງວັນທີ 21 ຫາ 24 ມິຖຸນາ 2022, ທີ່ຜ່ານມາ ພະແນກຕໍາຫຼວດ ປ້ອງກັນເສດຖະກິດ ໄດ້ສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງກວດກາ ການຕັ້ງຈຸດຊື້້ຂາຍນໍ້າມັນເຊື້ອໄຟ ຊະຊາຍຕາມແຄມທາງ
ຢູ່ເຂດເມືອງ ໄຊທານີ ຈໍານວນ 26 ຮ້ານ ທີ່ມີການຊື້ຂາຍທີ່ບໍ່ຖືກຕ້ອງ ແລະ ໄດ້ຢຶດນໍ້າມັນກາຊວນ 57 ຕຸກ ຫຼື 72 ລິດ,
ນໍ້າມັນແອັດຊັງ 50 ຕຸກ ຫຼື 65 ລິດ ແລະ ນໍ້າປົນສານສີແດງ 20 ຕຸກ.
ໄດ້ສຶກສາອົບຮົມເຈົ້າຂອງຮ້ານ 26 ຮ້ານ ແລະ ສັ່ງຫ້າມໃຫ້ຢຸດເຊົາການຊື້ຂາຍນໍ້າມັນເຊື້ອໄຟທີ່ບໍ່ຖືກຕ້ອງຢ່າງຖາວອນ,
ສ່ວນນຳມັນທີ່ພົບເຫັນ ນໍ້າມັນກາຊວນ ຈໍານວນ 72 ລິດ, ນໍ້າມັນແອັດຊັງ ຈຳນວນ 65 ລິດ ໄດ້ຢຶດໄວ້, ສ່ວນນໍ້າປົນສານສີແດງ ຈຳນວນ 25 ລິດ ໄດ້ທຳລາຍຖິ້ມ.
0 Comments