1ແຊ່ຣ=1ບຸນ
ນີ້ແມ່ນແມ່ຕູ້ຄົນຫນຶ່ງທີ່ຢູ່ບ້ານນາສະກາງ,ເມືອງຊຳເໜືອ,ແຂວງຫົວພັນ.
ແມ່ຕູ້ອາໄສຢູ່ໃນປ່າຄົນດຽວ ບໍ່ມີໃຜຢູ່ນໍາ ແມ່ຕູ້ມີລູກສາວຄົນຫນຶ່ງແຕ່ປັດຈຸບັນບໍ່ຮູ້ວ່າລູກສາວຢູ່ໃສ
ເພາະບໍ່ໄດ້ຕິດຕໍ່ມາຫລາຍປີແລ້ວ ສະນັ້ນຈຶ່ງໄດ້ຢູ່ຄົນດຽວຢ່າງໂດດດ່ຽວ ຍ້ອນໄວແກ່ສະລາ ພະຍາດກໍ່ເຂົ້າມາລຸມເລົ້າ ແມ່ຕູ້ເພິ່ນເປັນພະຍາດເບົາຫວານ ແລະ ຕີນມືແຂງ ກຸດຫ້ຽນ
ເຊິ່ງມີຄວາມລໍາບາກໃນການຈັບແລະ ຍ່າງ (ຄືເຫັນໃນຮູບພາບ)ບໍ່ສາມາດຊ່ວຍເຫລືອໂຕເອງໄດ້ເຕັມທີ່ແຕ່ກິນຍ່າງກໍລໍາບາກແລ້ວ🥺ໄຟຟ້າກໍບໍມີ ຮອດຍາມກາງຄືນໄດ້ແຕ່ງົມຢູ່ກັບຄວາມມືດແຮງສຸຂະພາບກໍບໍແຂງແຮງ ບາດເຈັບເປັນໄປບໍໄດ້ໃຜສິມາຊ່ວຍມາແຍງເພິ່ນເດ ຕາດູຕົນເດ🥺.
✅ແຕ່ລະມື້ ແມ່ຕູ້ບໍມີຮອດເຂົ້ານໍ້າທີ່ຈະກິນ ອາໄສກິນນໍາຂ້າງບ້ານ ແລະ ຜູ້ເພິ່ນໃຈດີກໍ່ມາແບ່ງປັນໃຫ້ແມ່ຕູ້ກິນ ບາງມື້ກໍໄປຂໍເຂົ້າຂໍນໍ້ານໍາເພິ່ນຜູ້ໃຈດີທີ່ຢູ່ແຖວນັ້ນ ,ເຄື່ອງນຸ່ງກໍບໍມີ ຕາມສະພາບໃນຮູບເລີຍ
ຂໍວອນສັງຄົມຜູ້ໃຈບຸນທຸກທ່ານ ຊ່ວຍເຫລືອແມ່ຕູ້ຄົນນີ້ແດ່ໂດຍສະເພາະກໍແມ່ນເຂົ້ານໍ້າທີ່ຕ້ອງກິນທຸກມື້ ,ອາຫານແຫ້ງ ຫລື ເຄື່ອງນຸ່ງບ່ອນນອນ ໃຫ້ເພິ່ນແດ່ເດີ
ຂອບໃຈຫລາຍໆ ຊ່ວຍບໍໄດ້ກໍຂໍແຊ່ຣໃຫ້ເເດ່ເດີ🙏
ຕິດຕໍ່ຂໍ້ມູນເພີ່ມເຕີມຈາກທີມອາສາຂອງພວກເຮົາໄດ້ທີ່ເບີ: 58777740 | 020 92941764 | 020 95883304
ຂໍ້ມູນ:
0 Comments