ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ຈີນ​ເຄົາ​ລົບ​ອະ​ທິ​ປະ​ໄຕຂອງຫວຽດນາມ​ຕໍ່​ໝູ່​ເກາະຮວ່າງຊາ

ໃນຕອນ​ບ່າຍຂອງວັນ​ທີ 22 ມິຖຸນາ​ຜ່ານ​ມານີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ທິທູ​ຮັ່ງ ຢືນຢັນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ, ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ​ທີ່​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ​ໃນ​ຂົງ​ເຂດ​ນີ້, ​ໃນ​ນັ້ນ​ມີແຈ້ງ​ການ​ຂອງ​ກົມ​ພາສີ​ແຂວງ ໄຮ​ນານ ກ່ຽວ​ກັບ​ການ​ຊ້ອມ​ຮົບ​ໃນ​ວັນ​ທີ 19 ມິຖຸນາ​ນີ້ ທີ່​ຢູ່​ເຂດ​ທະ​ເລ 12 ​ໄມ​ທະ​ເລ​ຂອງ​ເກາະ ຝຸ​ເລິມ, ​ໃນ​ໝູ່​ເກາະ ຮ່ວາງ​ຊາ ຂອງ ຫວຽດນາມ

ທ່ານນາງໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ວ່າ: ການ​ຊ້ອມ​ຮົບ​ຂອງ​ຈີນ​ຢູ່​ໝູ່​ເກາະ ຮ່ວາງ​ຊາ ​ໄດ້​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະ​ນີ້​ຢ່າງ​ຮ້າຍ​ແຮງ. ໄປ​ຝືນ​ກັບ​ຈິດ​ໃຈ DOC, ​ເຮັດ​ໃຫ້​ສະຖານະ​ການ​ສັບສົນ​ຂຶ້ນ​ໄປ, ບໍ່​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຂະ​ບວນການ​ເຈລະຈາ​ລະຫວ່າງ​ຈີນ-ອາ​ຊຽນ ກ່ຽວ​ກັບ COC ​ໃນ​ປະຈຸ​ບັນ ​ແລະ ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ​ເດັດດ່ຽວ​ຄັດຄ້ານ ​ແລະ​ ຮຽກຮ້ອງ​ຈີນ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ໝູ່​ເກາະຮ່ວາງ​ຊາ ​ແລະ ​ບໍ່​ໃຫ້​ການ​ກະທຳ​ທີ່​ຄ້າຍຄື​ກັນເກີດຂຶ້ນ​ຊ້ຳ​ອີກ

ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ທັດສະນະ​ຂອງ​ຍີ່ປຸ່ນ​ເມື່ອ​ບໍ່​ດົນ​ມາ​ນີ້​ທີ່ຢາກ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ ເພື່ອຕ້ານ​ຄຳ​ຮຽກຮ້ອງ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ຖື​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ທະ​ເລ​ພາຍ​ໃນ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຢືນ​ຢັນ​ວ່າ: ທ່າ​ທີ​ຂອງ​ຫວຽດ​ນາມ ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ ແລະ ຄົບ​ຖ້ວນ​ໃນເອກະສານທາງການ ສະບັບເລກທີ​ 22, ​ລົງວັນ​ທີ 30 ມີນາ 2020, ປະກາດໃຊ້ທີ່​ສະ​ຫະ​ປະ​ຊາ​ຊາດ

ຕາມ​ນັ້ນ​ແລ້ວ, ຫວຽດນາມ ຢືນຢັນ​ອະທິປະ​ໄຕ​ຂອງ 2 ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ຕາມ​ກົດໝາຍ​ສາກົນ ​ເປັນ​ຕົ້ນ​ແມ່ນ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ ອຳນາດ​ການ​ປົກຄອງ​ຢູ່​ເຂດ​ທະ​ເລ​ທີ່​ຫວຽດນາມ ​ໄດ້​ກຳນົດ​ໄວ້​ຕາມ UNCLOS 1982. ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ບັນດາ​ປະ​ເທດ​ລ້ວນແຕ່ແບ່ງປັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຮັກສາ ​ແລະ ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ຂໍ້ຄັດແຍ່ງ​ບົນ​ພື້ນຖານ​ກົດໝາຍສາກົນ ກໍຄື UNCLOS 1982.

0 Comments