ເຈົ້າຫນ້າທີ່ ປກສ ໄດ້ດຳເນີນຄີ ກັບ ທ້າວ ເດຊາ ອາຍຸ 29 ປີ ຢູ່ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຂໍ້ກ່າວຫາເຄື່ອນໄຫວແລກປ່ຽນເງິນຕາ ບໍ່ຖືກຕ້ອງຕາມລະບຽບກົດຫມາຍຢ່າງເດັດຂາດ
ທ້າວ ເດຊາ ໄດ້ຖືກເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ ນໍາຕົວມາສຶກສາອົບຮົມໃນວັນທີ 30 ພຶດສະພາ 2022 ພ້ອມທັງເຮັດບົດບັນທຶກກ່າວເຕືອນ ຫ້າມຜູ້ກ່ຽວເຄື່ອນໄຫວແລກປ່ຽນເງິນຕາບໍ່ຖືກຕ້ອງຕາມກົດໝາຍ, ມາຮອດວັນທີ 13 ມິຖຸນາ 2022 ເຈົ້າໜ້າທີ່ຕໍາຫຼວດໄດ້ສືບຮູ້ ແລະ ມີຂໍ້ມູນຫຼັກຖານຢັ້ງຢືນວ່າ: ທ້າວ ເດຊາ ໄດ້ສືບຕໍ່ເຄື່ອນໄຫວ ໂຄສະນາແລກປ່ຽນເງິນຕາຕ່າງປະເທດທີ່ບໍ່ຖືກຕ້ອງ ໂດຍຜ່ານສືສັງຄົມອອນລາຍອີກ ຕໍ່ກັບການກະທໍາຂອງທ້າວ ເດຊາ ເຫັນວ່າເປັນການກະທໍາຜິດຊໍ້າໆ, ບໍ່ເຂັດຫຼາບ.
ສະນັ້ນ, ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ຈຶ່ງໄດ້ນໍາຕົວຜູ້ກ່ຽວມາທໍາການສອບສວນ ພ້ອມທັງອອກຄໍາສັ່ງເປີດການສືບສວນ-ສອບສວນ ໃນຂໍ້ຫາການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ຕາມມາດຕາ 285 ແລະ ການດໍາເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017.
ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ສອບສວນຂະຫຍາຍຜົນຫາບຸກຄົນທີ່ມີສ່ວນຮ່ວມພົວພັນໃນການແລກປ່ຽນເງິນຕາຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລ້ວສະຫຼຸບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເພື່ອສັ່ງຟ້ອງສານຕັດສິນຕາມກົດໝາຍ.
ຂໍ້ມູນ: ວາລະສານຄວາມສະຫງົບ
0 Comments