ວອນຜູ່ໄຈບຸນ ຊ່ວຍເຫລືອຄູຜູ່ນີ້ແດ່🙏🙏

ຝາກເຖິງພາກສ່ວນທີ່ກ່ຽວຂ້ອງຊ່ວຍແກ້ໄຂໃຫ້ແນ່ລວມທັ້ງຜູ້ໃຈບຸນໃຈກຸສົນທັງຫລາຍທີ່ກຳລັງແຫ່ກັນໄປຊ່ວຍຄູອາສາ 10 ປີ ກັບເງິນບຳເນັດ 500.000ກີບ ທີ່ລາອອກໄປແລ້ວຫັ້ນ ແອັດມິນຄິດວ່າຄູຜູ້ນັ້ນກະໄດ້ຮັບຄວາມຊ່ວຍເຫຼືອໄປຫຼາຍລະເດ້


ເຮົາຄິດໃໝ່ກັນດີບໍ່?..ວ່າດີກວ່າບໍ່ຖ້າເຮົາຊິໃຫ້ຄວາມສຳຄັນກັບຄູອາສາຜູ້ທີ່ຍັງເຮັດວຽກຢູ່ໃຫ້ຫຼາຍກວ່າຄູອາສາທີ່ລາອອກໄປແລ້ວ..


ຜູ້ທີ່ລາອອກໄປແລ້ວເຂົາໄດ້ໄປເຮັດວຽກຫາເງີນຕາມອາຊີບເຂົາໄດ້ລະເດ້..ແຕ່ຄູອາສາທີ່ຍັງເຮັດວຽກເປັນຄູຢູ່ເພີ່ນຍັງບໍ່ໄດ້ຮັບເງີນເດືອນຫຼືຄວາມຊ່ວຍເຫຼືອຫຍັງເລີຍເດີ້..ແຫ່ມາຊ່ວຍຄູທີ່ຍັງອົດທົນສອນລູກຫລານເຮົາດີກ່ອນບໍ່?

ຢ່າງເຊັ່ນຄູອາສາຜູ້ນີ້ທີ່ສອນມາໄດ້ 8 ປີແລ້ວ! ຕ້ອງເດີນທາງໄປສອນໃນເຂດຫ່າງໄກ, ມີຄວາມຫຍຸ້ງຍາກໃນການທຽວໄປສອນ, ໂຮງຮຽນຍັງບໍ່ມີສິ່ງເອື້ອອຳນວຍ...


ຕ້ອງໄດ້ເຮັດຫຼາຍຢ່າງດ້ວຍຕົວເອງ,ບໍ່ມີໄຟຟ້າ,ການແຕ່ງບົດສອນຕ້ອງອາໄສຕະກຽງມົງຊົງ 


ແລະສຸດທ້າຍກະຄືຫຼັງຈາກເສັງລັດຖະກອນປີນີ້ ຜົນອອກມາປະກົດວ່າບໍ່ຊົງຊິໄດ້..ພາກສ່ວນກ່ຽວຂ້ອງຫຼືຜູ້ມີໃຈກຸສົນໄປຊ່ວຍເຫຼືອຄູຜູ້ນີ້ແດ່

ຂໍ້ມູນ:

0 Comments