ໂຈນອອກອາລະວາດໜັກ

ໂຈນອາລະວາດ ທຸບແວ່ນລົດເອົາຊັບ

ໃນເວລາ 3:00 ໂມງເຊົ້າ ຂອງວັນທີ 30 ມິຖຸນາ 2022 ຢູ່ເຂດບ້ານຫນອງຫນ່ຽງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ  ໂຈນໄດ້ອອກອາລະວາດທຸບແວ່ນລົດທີ່ຈອດຢູ່ແຄມທາງເພື່ອເອົາຊັບ.

ເຊິ່ງເຫດການຄັ້ງນີ້ ໂຈນບໍ່ໄດ້ຊັບສິນໄປ ເພາະໃນເວລາຄົ້ນລົດມີຄົນມາພົບເຫັນກ່ອນ ໂຈນກໍເລີຍຫລົບຫນີ, ແຕ່ລົດໄດ້ຮັບຄວາມເສຍຫາຍ.

ຢ່າງໃດກໍດີ ຜູ້ເສຍຫາຍຝາກເຕືອນມາຍັງພໍ່ແມ່ປະຊາຊົນ ຫ້າມເອົາເຄືອງຂອງທີ່ມີຄ່າໄວ້ລົດເດັດຂາດ  ເພາະອາດຈະຖືກກຸ່ມຄົນນີ້ທຸບແວ່ນ.

0 Comments