ປະຫວັດຫຍໍ້ ທ່ານ ສະເຫຼີມໄຊ ກົມມະສິດ

ປະຫວັດຫຍໍ້ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ພະນະທ່ານ ສະເຫຼີມໄຊ ກົມມະສິດ ເກີດເມື່ອວັນທີ 31 ຕຸລາ 1968 ແຂວງ ຫົວພັນ, ສປປ ລາວ

ນັບຖືສາສະໜາພຸດ: ພຸດ, ກິລາທີ່ມັກເເມ່ນ ບານເຕະ ແລະ ກ໋ອຟ;

+ ປະຫວັດການສຶກສາ

1986-1992: ປະລິນຍາໂທ (ວິຊາພົວພັນສາກົນ), ມະຫາວິທະຍາໄລພົວພັນສາກົນມົດສະກູ, ປະເທດ ຣັດເຊຍ.

1996-1997: ປະລິນຍາໂທ (ວິຊາການຄົ້ນຄວ້າສາກົນ ແລະ ການພັດທະນາ), ມະຫາວິທະຍາໄລ ໂມນາສ, ເມວເບີນ, ປະເທດ ອົດສະຕຣາລີ.

+ ພາສາຕ່າງປະເທດທີ່ສາມາດສື່ສານໄດ້:ພາສາອັງກິດ, ລັດເຊຍ ແລະ ຝຣັ່ງ.

+ ປະສົບການ

1992-1994: ວິຊາການຮັບຜິດຊອບປະເທດອົດສະຕຣາລີ, ກົມ II, ກະຊວງການຕ່າງປະເທດ.

1994-1996: ວິຊາການຮັບຜິດຊອບປະເທດສະຫະລັດອາເມລິກາ, ກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ.

1998-2000: ຮອງຫົວໜ້າພະແນກເອີຣົບຕາເວັນຕົກ, ກົມເອີຣົບ ແລະ ອາເມລິກາ, ກະຊວງການຕ່າງປະເທດ.

2000-2003: ເລຂານຸການໂທ, ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດອາເມລິກາ.

2003-2004: ຫົວໜ້າພະແນກອົງການສະຫະປະຊາຊາດ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.

2004-2007: ຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.

2007-2011: ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.

2011-2012: ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ.

2012-2013: ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ນິວຢອກ, ສະຫະລັດ ອາເມລິກາ.

02/2014-04/2016: ຮອງລັດຖະມົນຕີວ່າການກະຊວງການຕ່າງປະເທດ.

04/2016-06/2022: ລັດຖະມົນຕີກະຊວງການຕ່າງປະເທດ.

20/06/2022-ເຖິງປະຈຸບັນ: ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

0 Comments