
ເປີດຊຸດອົບຮົມໄລຍະສັ້ນ ໃຫ້ຜູ້ບັນຊາຂັ້ນກອງຮ້ອຍ, ກອງພັນນ້ອຍ ຢູ່ບັນດາກົມກອງເຂດພາກເໜືອ
-------------------------------------------------------------
ພິທີ ເປີດຊຸດອົບຮົມໄລຍະສັ້ນໃຫ້ຜູ້ບັນຊາຂັ້ນກອງຮ້ອຍ, ກອງພັນນ້ອຍຢູ່ບັນດາກົມກອງເຂດພາກເໜືອ ປະຈຳປີ 2022 ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 30 ມິຖຸນາ ນີ້ ຢູ່ທີໂຮງຮຽນທະຫານທ້ອງຖີ່ນ ແຂວງອຸດົມໄຊ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ເປັນກຽດເຂົ້າຮ່ວມໂດຍມີ ສະຫາຍ ພັນໂທ ຫົງທອງ ໂຢນມະນີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ອົງການ 5ຫ້ອງ, ກອງບັນຊາການທະຫານແຂວງບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ຫົວພັນ, ອຸດົມໄຊ, ໄຊຍະບູລີ, ຫຼວງພະບາງ, ກອງພົນທີ 2, ກອງພົນທີ 3, ໂຮງຮຽນນາຍສິບເລກ 1 ແລະນັກຝືກອົບຮົມເຂົ້າຮ່ວມ.

ສະຫາຍ ພັນຕີ ສົມຈິດ ສຸລິວົງສັກ ຮອງຫົວໜ້າພະແນກແຜນການ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຂື້ນຜ່ານແຜນການອົບຮົມໄລຍະສັ້ນໃຫ້ຜູ້ບັນຊາຂັ້ນກອງຮ້ອຍ, ກອງພັນນ້ອຍຢູ່ບັນດາກົມກອງ ກຳລັງຫຼວງ-ກຳລັງທ້ອງຖີ່ນ ເຂດພາກເໜືອ ປະຈຳປີ 2022, ເພື່ອປະຕິບັດຕາມທິດຊີ້ນຳ ແລະຮັບປະກັນໃນການອົບຮົມ-ຫັດແອບໃຫ້ມີຄຸນນະພາບ, ແນ່ໃສ່ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ
ດັ່ງນັ້ນ; ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ຈິ່ງສ້າງແຜນການອົບຮົມໄລຍະສັ້ນໃຫ້ຜູ້ບັນຊາຂັ້ນກອງຮ້ອຍ, ກອງພັນນ້ອຍຢູ່ກຳລັງຫຼວງ-ກຳລັງທ້ອງຖີ່ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ, ທາງດ້ານສິນລະປະຍຸດ, ຍຸດທະວິທີ, ລະບຽບແບບແຜນ ແລະຝຶກຝົນກຳລັງແຮງກາຍ ໃຫ້ຜູ້ບັນຊາກຳແໜ້ນທິດສະດີ, ຫຼັກການເຂົ້າໃນພາກປະຕິບັດຕົວຈິງໃຫ້ສຳນິສຳນານ ແລະມີໄຫວພິກຄ່ອງແຄ້ວ, ໝູນໃຊ້ລ່ຽມລາຍຍຸດທະວິທີ ແລະການນຳໃຊ້ອາວຸດ ສາມາດຮັບປະກັນໄດ້ການກຽມພ້ອມສູ້ຮົບ ແລະສູ້ຮົບ, ໄປຄຽງຄູ່ກັບການປັບປຸງລະບຽບແບບແຜນໃຫ້ເຂົ້າສູ່ລະບົບ, ມີຄຸນນະພາບ. ເຊິ່ງເນື້ອໃນອົບຮົມລວມມີ 4 ວິຊາຮຽນຄື: ວິຊາ ລະບຽບ, ວິຊາ ກິລາການທະຫານ, ວິຊາ ສິນລະປະຍຸດທະຫານຮາບ ແລະວິຊາ ຍຸດທະວິທີທະຫານຮາບ, ກຳນົດເວລາອົບຮົມທັງໝົດ 14 ວັນ
ໃນຕອນທ້າຍພິທີ ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມເອົາໃຈໃສ່ຕັ້ງໜ້າຝຶກແອບຮ່ຳຮຽນ ເພື່ອນຳເອົາຄວາມຮູ້ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ເກີດຜົນ, ການອົບຮົມໃນຄັ້ງນີ້ຕ້ອງເນັ້ນໜັກດ້ານຄຸນນະພາບ, ຕ້ອງມີຈຸດສຸມ, ໃຫ້ຖຶກຕ້ອງຕາມສະພາບເງືອນໄຂຕົວຈິງຂອງກົມກອງໃນປະຈຸບັນ ກໍ່ຄືອານາຄົດ ມີຄວາມເປັນເອກະພາບ ແລະຮັບປະກັນຄວາມປອດໄພ 100%.
ໂດຍ: ທະນູວັນ
0 Comments