ໄຟໄຫມ້ລົດເກັງໄຟຟ້າ BYD HAN EV ມູນຄ່າ 65.000$

ໄຟໄຫມ້ລົດໄຟຟ້າ ລາຄາ 65.000 $ ໄຟໄຫມ້ລົດເກັງໄຟຟ້າ  BYD HAN EV ຄ່າຍ ສປຈີນ ມູນຄ່າ 65.000$ ໃນວັນທີ 15.6.2022 ເວລາປະມານ 14:00 ໂມງ ຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເສຍຫາຍຫມົດຄັນ.


ຂໍ້ມູນໃນເບື້ອງຕົ້ນສາເຫດທີ່ເຮັດໃຫ້ເກີດໄຟໄຫມ້ ຍ້ອນຢຽບກະຣິກ ( ແນວຄໍ້າລົດ )  ທີ່ຕົກເຮ່ຍຢູ່ແຄມທາງ ແລ້ວຕຳໃສ່ຫມໍ້ໄຟ ພາໃຫ້ເກີດໄຟໄຫມ້ໃນຄັ້ງນີ້.


ລົດຄັນດັ່ງກ່າວ ຂັບຂີ່ໂດຍຜູ້ຍິງ ເອົາຕົວອອກຈາກລົດຢ່າງປອດໄພ. ລາຍລະອຽດບໍລິສັດ ຈະຊີ້ແຈງຕາມຫລັງ.

0 Comments