ຄູ່ຮັກໂຊກຮ້າຍ ຖືກລົດຕຳເສຍຊີວິດ 1 ຄົນ
ໃນເວລາປະມານ 23:00 ໂມງ ຂອງວັນທີ 30 ມິຖຸນາ 2022 ທີ່ນະຄອນປາກເຊ ແຂວງຈຳປາສັກ ລົດກະບະໄດ້ຂັບຂີ່ຕຳທາງຫລັງລົດຈັກ ທີ່ມີຄູ່ບ່າວ-ສາວ ຊ້ອນກັນມາ ເຮັດໃຫ້ແຟນສາວຊີວິດ.
ພາຍຫລັງຕຳແລ້ວ ຜູ້ຂັບຂີ່ລົດກະບະ ບໍ່ຍອມຈອດ ຍັງລາກລົດຈັກທີ່ຕິດກັບຫົວລົດກະບະໄປໄກພໍສົມຄວນ ຈາກສະຫມາມແດງ ໄປຈອດຢູ່ ເຂດບ້ານໂພນໄຊ.
ຜູ້ຂັບຂີ່ລົດກະບະອ້າງວ່າ ລົດຈັກຂັບຂີ່ຕັດຫນ້າ ແຕ່ມາເບິ່ງຄຼີບຫຼັກຖານຈາກກ້ອງວົງຈອນ ແມ່ນລົດກະບະຂັບຂີ່ຕຳທາງຫລັງລົດຈັກມາ; ຫລັງເກີດເຫດຄາດວ່າ ຜູ້ຂັບຂີ່ລົດໃຫຍ່ຈະຫລົບຫນີ ແຕ່ລົດຈັກບໍ່ຫລຸດອອກຈາກຫນ້າລົດ ກໍເລີຍຈອດ " ຜູ້ຢູ່ໃນເຫດການ ກ່າວ ".
ຂໍສະແດງຄວາມເສຍໃຈນຳຄອບຄົວ ແລະ ຍາດຜູ້ເສຍຜູ້ເສຍຊີວິດດ້ວຍ
0 Comments