ຕຳແລ້ວໜີ ເສຍຊີວີດ 1 ຄົນ

ຜູ້ຖືກລົດກະບະຕຳ ເສຍຊີວິດແລ້ວ.


     ຜູ້ຂັບຂີ່ລົດຈັກ ທີ່ຖືກລົດກະບະ ເລກທະບຽນ ກກ 6385 ໄຊຍະບູລີ  ( ປ້າຍເຫລືອງ ) ຕຳໃນເວລາ 21:00 ໂມງ ຂອງຄືນວັນທີ 8 ກໍລະກົດ 2022 ຜ່ານມາ ທີ່ບ້ານໂນນຄໍ້ ເສຍຊີວິດແລ້ວ, ປັດຈຸບັນ ຍັງຕິດຕາມຈັບຄົນຕຳຍັງບໍ່ທັນໄດ້.

     ຜູ້ເສຍຊີວິດຊື່ທ້າວ ຊຽງວັນ ອາຍຸ 46 ປີ, ກຳມະກອນບ້ານນາເຄີນ ເມືອງນານ ແຂວງຫລວງພະບາງ, ທາງສະມາຄົມ ແລະ ຄອບຄົວໄດ້ນຳສົບ ໄປບຳເບັນຢູ່ທີ່ວັດດອນກອຍ ເມືອງສີສັດຕະນາກ

ເນື່ອງຈາກວ່າຄອບຄົວຜູ້ກ່ຽວມີຄວາມຂາດເຂີນ ເມຍຂອງຜູ້ເສຍຊີວິດ  ຈິ່ງຂໍຄວາມຊ່ວຍເຫລືອ ໄປຍັງສະມາຄົມຊ່ວຍເຫລືອ ແລະ ບັນເທົາທຸກ ນະຄອນຫລວງວຽງຈັນ ເປັນເຈົ້າພາບຈັດງານສົບ, ຖ້າທ່ານໃດມີຄວາມຕ້ອງການຊ່ວຍເຫລືອຄອບຄົວນີ້ ຍັງຕິດຕໍ່ໄປຍັງສາມາຄົມເລີຍ.

   ສຳລັບຜູ້ຕຳໄດ້ເອົາຕົວຫລົບຫນີຫລັງເກີດເຫດ ແລະ ຍັງບໍ່ທັນສາມາດຈັບຕົວໄດ້; ຖ້າທ່ານໃດພົບເຫັນບຸກຄົນພາຍໃນພາບນີ້ ໃຫ້ແຈ້ງດ່ວນ ຂໍຂອບໃຈ


ທີ່ມາ:

--------------------------------------

0 Comments