6 ເດືອນ ປກສ ເມືອງປາກງື່ມ ແກ້ໄຂເປົ້າໝາຍຢາເສບຕິດໄດ້ ຫຼາຍ 10 ເລື່ອງ.
ພັທ ສິງຄຳ ລໍວັນໄຊ ຫົວໜ້າ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃຫ້ສຳພາດຕໍ່ ປກສ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂຢາເສບຕິດວ່າ: 6 ເດືອນຕົ້ນປີ 2022
ປກສ ເມືອງປາກງື່ມ ສາມາດແກ້ໄຂ ເປົ້າໝາຍ ຢາເສບຕິດໄດ້ 52 ເລື່ອງ, ຢຶດຂອງກາງຢາເສບຕິດໄດ້ 74.880 ເມັດ; ໃນນີ້ໄດ້ແກ້ໄຂຄະດີຊື້-ຂາຍຢາເສບຕິດ ໄດ້ 23 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 26 ຄົນ, ຍິງ 1 ຄົນ;
ແກ້ໄຂຄະດີມີຢາເສບຕິດໄວ້ໃນຄອບຄອງໄດ້ 21 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 23 ຄົນ ຍິງ 3 ຄົນ, ມີຄະດີເສບຢາເສບຕິດ ແລ້ວອາລະວາດຄອບຄົວ 7 ເລື່ອງ ກັກຕົວ 7 ຄົນ.
0 Comments