ທ້າວ ແຫຼ້ ອາຍຸ 66 ປີ ພັກເຊົາຢູ່ບ້ານຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຄາດຕະກຳເມຍ ຊື່ນາງ ຄໍາຫວານ ອາຍຸ 55 ປີຍ້ອນຄວາມຫຶງຫວງ
ວັນທີ 27 ມິຖຸນາ 2022, ຜ່ານມານີ້ ເຈົ້າຫນ້າທີ່ໄດ້ຮັບແຈ້ງຈາກບ້ານຜາງແຫ້ງວ່າ: ໄດ້ພົບເຫັນຊາກສົບຄົນຢູ່ໜອງນໍ້າຈຶ່ງລົງກວດກາຊັນນະສູດສະຖານທີ່ເກີດເຫດ ພົບສົບຊື່ນາງ ຄໍາຫວານ ພັກເຊົາຢູ່ບ້ານຜາງແຫ້ງ ຜ່ານການ ເກັບກໍາຂໍ້ມູນຫຼັກຖານຈຶ່ງຮູ້ໄດ້ວ່າ ນາງ ຄຳຫວານ ຖືກຜົວມືຄາດຕະກໍາ, ຮອດເວລາ 14:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶງຕິດຕາມຈັບຕົວ ທ້າວ ແຫຼ້ ຢູ່ເຂດບ້ານນາຝາຍ ເມືອງທຸລະຄົມ ແຂວງວຽງຈັນ ມາດຳເນີນຄະດີ.
ທ້າວ ແຫຼ້ ສາລະພາບວ່າ: ໃນວັນທີ 11 ພຶດສະພາ 2022 ໄດ້ລົງມືຄາດຕະກໍາ ເມຍຍ້ອນການຫຶງ ຜິດຖຽງກັນຮຸນ ແຮງ, ມີການທົບທາງດ້ານຈິດໃຈ ດ້ວຍການໃຊ້ມືກົດຫົວລົງໜອງນໍ້າ ປະມານ 2 ນາທີ ເປັນເຫດໃຫ້ເສຍຊີວິດ; ຫຼັງຈາກນັ້ນ ກໍກັບຂຶ້ນໄປນອນ
0 Comments