ທຳລາຍຊີ້ນໝູ 9.724 ກິໂລ ທີ່ນຳເຂົ້າແບບຜິດກົດໝາຍຈາກຫວຽດນາມ.
ໃນຕອນເຊົ້າວັນທີ 7 ກໍລະກົດ 2022 ນີ້ ສັດຕະວະແພດ ດ່ານສາກົນແດນສະຫວັນ ໄດ້ກວດຢືດ ຊີ້ນໝູແຊ່ແຂງ ທີ່ນໍາເຂົ້າຈາກປະເທດຫວຽດນາມ ມີເປົ້າໝາຍ ຈໍາໝ່າຍຢູ່ຕະຫລາດນະຄອນໄກສອນ ແຂວງສະຫວັນນະເຂດ.
ຊິ້ນຫມູດັ່ງກ່າວ ໄດ້ຊຸກເຊື່ອງມານໍາລົດບັນທຸກຫີນກາວ ທີ່ເຂົ້າມາ ສປປ ລາວ ເປັນຊີ້ນໝູທີ່ບໍ່ໄດ້ມາດຕະຖານຈໍານວນ 442 ແກັດ ເທົ່າກັບ 9.724 ກິໂລ
ດັ່ງນັ້ນໃນວັນທີ 9 ກໍລະກົດ 2022 ຜ່ານມານີ້, ຢູ່ບ້ານແດນສະຫວັນ ກໍ່ໄດ້ຈັດພິທີທໍາລາຍຊີ້ນສ່ວນສັດດັ່ງກ່າວ ດ້ວຍວິທີຂຸດຂຸມຝັງເລີກປະມານ 2 ແມັດ,ໂຮຍປູນຂາວ,ສີດຢາຂ້າເຊື້ອ, ຖົມດິນຢຽບໃຫ້ແໜ້ນ.
ທີ່ມາ:
--------------------------------------
0 Comments