ຈັບຜູ້ຄ້າ-ຂາຍອາວຸດເສິກ

ເຈົ້າຫນ້າທີ່ຈັບຜູ້ຄ້າ-ຂາຍອາວຸດເສິກ

          ວັນທີ 14 ກໍລະກົດ 2022, ເວລາ 14:00 ໂມງ ເຈົ້າຫນ້າທີ່ ປກສ ນະຄອນຫລວງວຽງຈັນ ເຂົ້າຈັບກູມຜູ້ຄ້າ- ຂາຍ ອາວຸດເສິກ ຢູ່ແຄມຂອງ ເຂດບ້ານມີໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍຜີ້ຖືກສົງໄສໄດ້ຍິງປືນຕໍ່ສູ້ໃສ່ເຈົ້າຫນ້າທີ່ ຈຳນວນ 5 ນັດ.

      ເຈົ້າຫນ້າທີ່ຫ້ອງຕຳຫລວດ ປກສ ນວ ໃຫ້ຂໍ້ມູນວ່າ : ໄດ້ນຳກຳລັງຈັບຕົວຜູ້ຖືກສົງໄສຊື່ ທ້າວ ວັນນະສອນ ອາຍຸ 25 ປີ, ຢູ່ບ້ານດົງປ່າແຫລບ ເມືອງຈັນທະບູລີ ໃນເວລາຈັບກຸມມີການຂັດຂວາງຕໍ່ສູ້ໃຊ້ອາວຸດປືນຍິງໃສ່ເຈົ້າໜ້າທີ່  5 ນັດ  , ແຕ່ບໍ່ຖືກເຈົ້າຫນ້າທີ່, ເວລາຕໍ່ມາ ເຈົ້າໜ້າທີ່ຈັບຕົວໄດ້ ພ້ອມທັງກວດພົບເຫັນຂອງກາງປືນສັ້ນ 6 ກະບອກ, ລູກປືນ AK 100 ລູກ, ລູກປືນ 380 ຈໍານວນ 40 ລູກ, ລູກປືນ 9 ມມ 40 ລູກ, ລູກປືນແວ່ງ 100 ລູກ ແລະ ລູກປືນ 59 ຈໍານວນ 45 ລູກ ມາດໍາເນີນຄະດີ. 

      ຜ່ານການສອບສວນ ທ້າວ ວັນນະສອນ ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍອາວຸດເສີກ ແຕ່ເດືອນ 4 ປີ 2021, ເປັນຕົ້ນມາ, ປືນທີ່ນຳມາຊື້-ຂາຍ ໄດ້ຊື້ມາຈາກປະເທດເພື່ອນບ້ານ ສັ່ງຜ່ານລະບົບອອນລາຍ, ຫຼັງຈາກໄດ້ປືນມາແລ້ວ ກໍ່ນຳມາໂຄສະນາຂາຍ ທາງສື່ສັງຄົມອອນລາຍເຟັສບຸກ, ເມື່ອມີຜູ້ຕ້ອງການກໍນັດໝາຍຊື້ຂາຍ.

      ຜ່ານມາໄດ້ສັ່ງຊື້ປືນມາຂາຍທັງໝົດ 30 ກະບອກ.
ປັດຈຸບັນ ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ກຳລັງດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
   
ຂ່າວ: ປກສ ນວ

0 Comments