ພິທີປະກາດການຈັດຕັ້ງຢູ່ກອງຮ້ອຍຊ່າງແສງ.

ໃນວັນທີ 7 ກໍລະກົດ 2022 ນີ້ ກອງພັນໃຫຍ່ 202 ຂື້ນກັບກອງພົນທີ 2 ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານຂັ້ນບັນຊາ-ນຳພາ ຢູ່ກອງຮ້ອຍຊ່າງແສງ ແລະ ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າການທະຫານ ກອງຮ້ອຍຊ່າງແສງ ຜູ້ເກົ່າກັບຜູ້ໃໝ່ຂື້ນຢູ່ສະໂມສອນຂອງກອງຮ້ອຍຊ່າງແສງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ສົມດີ ໄຊຍະລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 202, ມີຂະແໜ່ງການທີ່ກ່ຽວຂ້ອງ, ພ້ອມດ້ວຍພະນັກງານສະມາຊິກ-ນັກຮົບທົ່ວກອງຮ້ອຍຊ່າງແສງເຂົ້າຮ່ວມ.

ພິທີ ສະຫາຍ ຮ້ອຍເອກ ສອນເພັດ ໄຊອຸດົມສໍ ຊ່ວຍວຽກຂະແໜງພະນັກງານ ພະແນກການເມືອງ ກອງພັນໃຫຍ່ 202 ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງກອງພົນທະຫານຮາບທີ 2 ວ່າດ້ວຍການແຕ່ງຕັ້ງຂັ້ນຂະແໜງການ, ກອງຮ້ອຍ ແລະ ໝວດ ຢູ່ກອງພັນໃຫຍ່ 202 ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການຍົກຍ້າຍນາຍທະຫານ, ທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ຢູ່ຂັ້ນພື້ນຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່

ໃນນີ້ ກອງພົນທະຫານຮາບທີ 2 ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ສຸລິສັກ ຄຳມີທຸມ ເປັນຫົວໜ້າການທະຫານ ກອງຮ້ອຍຊ່າງແສງ ປ່ຽນແທນ ສະຫາຍ ພັນຕີ ອ່ອນ ສຸລິມັງ ໄປຮັບໜ້າທີ່ໃໝ່, ຈາກນັ້ນ ສະຫາຍ ພັຕຕີ ສົມເພັດ ພີມມະສອນ ຫົວໜ້າຂະແໜງຈັດຕັ້ງພັກ ພະແນກການເມືອງ ຂື້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງປ່ຽນແທນຂອງຄະນະກຳມະການ ໜ່ວຍພັກກອງຮ້ອຍຊ່າງແສງ ກອງພັນໃຫຍ່ 202 ໂດຍອີງຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ຄະນະພັກກອງພັນໃຫຍ່ທະຫານຮາບ 202 ຕົກລົງ ແຕ່ງຕັ້ງສະຫາຍ ພັນຕີ ສຸລິສັກ ຄຳມີທຸມ ຫົວໜ້າການທະຫານກອງຮ້ອຍຊ່າງແສງເປັນຮອງເລຂາໜ່ວຍພັກ, ພ້ອມດຽວກັນນີ້ໃນພິທີຍັງໄດ້ປະກາດການຈັດຕັ້ງຂອງໜ່ວຍຊາວໜຸ່ມຕື່ມອີກ.

ໃນຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພັນໂທ ສົມດີ ໄຊຍະລາດ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກົມກອງຍາດມາໄດ້, ພ້ອມທັງໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ ຕໍ່ຜູ່ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່, ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ບຸກບືນເຝີກຝົນຫຼໍ່ຫຼອມຕົນເອງ ໃນຂະບວນການໜ້າທີ່ວຽກງານຕົວຈີງຂອງກົມກອງ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນໃນການຊີ້ນຳ-ນຳພາເຮັດສຳເລັດໜ້າທີ່, ວຽກງານວິຊາສະເພາະ ທີ່ໄດ້ຮັບການມອບໝາຍ, ປັບປຸງແບບແຜນວິທີເຮັດວຽກ ໂດຍປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູຄະນະ, ແບ່ງບຸກຄົນຮັບຜິດຊອບ, ຍົກສູງພາລະບົດບາດຄວາມຮູ້ຄວາມສາມາດໃນການນຳພາບັນຊາ ແນ່ໃສ່ເຮັດໃຫ້ພະນັກງານນັກຮົບເຊື່ອມຊືມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເປັນເຈົ້າການຊີ້ນຳ-ນຳພາຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກໃຫ້ໄດ້ຮັບໝາກຜົນສູງ.
……………………….
ໂດຍ: ຮ້ອຍຕີ ຄຳຊາຍ ກວ່າງຄຸນສີ.
#ເລົ່າຂ່າວ
--------------------------------------
0 Comments