ກອງປະຊຸມປະສານງານ ປະຈໍາພື້ນທີຊາຍແດນ ລາວ-ໄທ

ກອງປະຊຸມປະສານງານ ປະຈໍາພື້ນທີຊາຍແດນ ລາວ-ໄທ

 ຕອນແລງຂອງວັນທີ 26 ກໍລະກົດ 2022 ນີ້, ຄະນະໜ່ວຍປະສານງານ ແລະ ແກ້ໄຂ ບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ (ແຂວງວຽງຈັນ, ແຂວງໄຊຍະບູລີ, ຈັງຫວັດເລີຍ ໄດ້ເປັນເຈົ້າພາບຮ່ວມກັບຄະໜ່ວຍປະສານງານປະຈຳພື້ນທີ ຊາຍແດນ ໄທ-ລາວ, ຈັງຫວັດເລີຍປະເທດໄທໄດ້ຮ່ວມກັນຈັດກອງປະຊຸມທາງໄກ ຜ່ານວີດີໂອເທເລຄອນເຟີເຣັນ Video Tele Conference (VTC ), ຂຶ້ນຄັ້ງທີ່ I ປະຈໍາປີ 2022

 ເຊິ່ງຝ່າຍແຂວງວຽງຈັນ ນໍາໂດຍ ສະຫາຍ ພັນເອກ ບຸນຕຽງ ອິນທະວົງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງວຽງຈັນ ຫົວໜ້າໜ້າຄະນະໜ່ວຍຊຸດປະສານງານ ປະຈໍາພື້ນທີ່ຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ

ຝ່າຍແຂວງໄຊຍະບູລີ ນຳໂດຍ ສະຫາຍ  ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ຫົວໜ້າຄະນະຊຸດປະສານງານປະຈຳພື້ນທີ ຊາຍແດນ ລາວ-ໄທ ແຂວງໄຊຍະບູລີ-ຈັງຫວັດເລີຍ, ແລະ ຕາງໜ້າຝ່າຍໄທ ນໍາໂດຍ ພັນເອກ ນະຣົງ ວິດຊະຍານວະຣະວຸດ ຜູ້ບັງຄັບການກອງບັງຄັບການຄວບຄຸມທີ່ 3 ຜູ້ແທນຫົວໜ້າຊຸດປະສານງານປະຈໍາພື້ນທີ່ຊາຍແດນໄທ-ລາວ (ຈັງຫວັດເລີຍ-ແຂວງວຽງຈັນ, ແຂວງໄຊຍະບູລີ ), 

ມີກອງບັນຊາການ ປກສ ແຂວງ, ຫ້ອງການປ້ອງກັນຊາດແຂວງ ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ແຕ່ລະຝ່າຍເຂົ້າຮ່ວມ. 
 ກອງປະຊຸມຄັ້ງນີ້ທັງ 3 ຝ່າຍໄດ້ມີການທົບທວນຄືນຜົນຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ 6 ເດືອນຕົ້ນປີ 2022 ນັບຕັ້ງແຕ່ໄດ້ປຶກສາຫາລືກອງປະຊຸມຮ່ວມກັນ ຄັ້ງທີ   IV ປີ 2021 ເປັນຕົ້ນມາ, ທັງເປັນການແລກປ່ຽນຄວາມຄິດເຫັນຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນການແກ້ໄຂບັນຫາຢາເສບຕິດຮ່ວມກັນລະຫວ່າງ ແຂວງວຽງຈັນ, ແຂວງໄຊຍະບູລີ ແລະ ຈັງຫວັດເລີຍ(ໄທ). ຜ່ານມາ ເຫັນວ່າທັງສາມຝ່າຍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ຕ່າງຝ່າຍລ້ວນແຕ່ໃຫ້ຄວາມໄວ້ວາງໃຈ,ເຊື້ອໃຈເຊິ່ງກັນ ແລະ ກັນ, ໃຫ້ການຮ່ວມມືຊ່ວຍເຫຼືອກັນຕະຫຼອດມາ 

ຈຶ່ງສາມາດສະກັດກັ້ນ, ແກ້ໄຂ ຈັບກຸມຜູ້ຄ້າ-ຂາຍຢາເສບຕິດໄດ້ຢ່າງຕໍ່ເນື່ອງ, ໃນນັ້ນແຂວງວຽງຈັນສາມາດຢຶດ ແລະ ກັກຕົວຜູ້ຕ້ອງຫາຄ້າຂາຍຢາເສບຕິດໄດ້ ປະເພດຢາບ້າຈຳນວນ 3.389.000 ເມັດ, ຢາໄອ 25 ກິໂລກຼາມ, ພາຫະນະ ຈຳນວນ 2 ຄັນ, ເຊິ່ງຜູ້ກະທຳຜິດໄດ້ນຳໃຊ້ເສັ້ນທາງ 11C ແຄມຂອງເປັນເສັ້ນທາງໃນການລໍາລຽງຂົນສົ່ງເຄື່ອນຍ້າຍໂດຍມີຕົ້ນທາງຈາກນະຄອນຫຼວງວຽງຈັນ ຜ່ານເມືອງໝື່ນ, ເມືອງຊະນະຄາມແຂວງວຽງຈັນ ໄປຫາເມືອງແກ່ນທ້າວແຂວງໄຊຍະບູລີ ໂດຍມີຈຸດປະສົງຂ້າມໄປຍັງປະເທດໄທ,  ພ້ອມນັ້ນກໍ່ໄດ້ພ້ອມກັນສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ໂດຍໄດ້ປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ດ່ານຕໍມໍ ຕິດຕາມກຳແໜ້ນການລັກລອບເຂົ້າ-ອອກເມືອງທີ່ຜິດກົດໝາຍ ແລະ ການກະທຳຜິດອື່ນໆຕາມແນວຊາຍແດນ, ທັງນີ້ກໍ່ເພື່ອເຮັດໃຫ້ຕາມຊາຍແດນມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ , ກອງປະຊຸມຄະນະໜ່ວຍປະສານງານເພື່ອແກ້ໄຂ ບັນຫາຢາເສບ ຕິດຕາມຊາຍແດນ ລາວ-ໄທ ຄັ້ງນີ້ ໄດ້ມີການປະຊຸມຜ່ານລະບົບ ວີດີໂອເທເລຄອນເຟີເຣັນ ຍ້ອນສະພາບການແຜ່ລະບາດຂອງພະຍາດ Covid 19 ຢູ່ພາຍໃນ, ພາກພື້ນ ແລະ ສາກົນ ເຖິງແນວໃດກໍຕາມແມ່ນວ່າຈະບໍ່ໄດ້ ສໍາຜັດລົມກັນຕົວຈິງຄືຜ່ານມາ ແຕ່ກອງປະຊຸມກໍໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ ເຮັດໃຫ້ການປຶກສາຫາລືຄັ້ງນີ້ ເປັນເອກະພາບກັນໄດ້ຫຼາຍເນື້ອໃນຫຼາຍບັນຫາ ເຕັມໄປດ້ວຍ ຄວາມເຂົ້າອົກ-ເຂົ້າໃຈເຊິ່ງກັນ ແລະ ກັນ, ແຕ່ຕົ້ນຕະຫຼອດປາຍ ຈຶ່ງເຮັດໃຫ້ກອງປະຊຸມມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂດຍ: ຈັນທະຈອນ ສີສະເກດ

0 Comments