ນໍ້າມັນກາຊ່ວນ ປຸງແຕ່ງຈາກໂຮງງານຍອດງື່ມມີກິ່ນຂີວ

ນໍ້າມັນກາຊ່ວນ ປຸງແຕ່ງຈາກໂຮງງານຍອດງື່ມມີກິ່ນຂີວ
                     

     ຜູ້ຊົມໃຊ້ນໍ້າມັນ ພາຍໃນເທດສະບານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ  ສົງໄສກ່ຽວກັບນໍ້າມັນກາຊ່ວນ ທີ່ປຸງແຕ່ງຈາກ ໂຮງງານ ຍອດງື່ມ ພາວເວິ້ຈຳກັດ ມີຄຸນນະພາບ ຫລື ບໍ່ ເພາະນໍ້າມັນມີກິ່ນຂິວເປັນພິເສດ, ເຊິ່ງອາດຈະກະທົບເຖິງລະບົບເຄື່ອງຈັກ


    ຕໍ່ບັນຫາດັ່ງກ່າວ ໃນວັນທີ 4 ກໍລະກົດ 2022 ທີ່ຜ່ານມາ ກະຊວງອຸດສະຫະກຳ ແລະ ການຄ້າ ສົມທົບ ກັບແຂວງ ໄດ້ລົງກວດບັນດາປໍ້ານໍ້າ; ຜ່ານກວດ ແລະ ວັດແທກ ເຫັນວ່ານໍ້າມັນ ແມ່ນໄດ້ຄຸນນະພາບ ແລະ ມາດຕະຖານແຫ່ງ ຊາດ ທີ່ໄດ້ກຳນົດໄວ້


ສາເຫດທີ່ມີກິ່ນຂີວ ຍ້ອນໂຮງງານປຸງແຕ່ງ ໄດ້ເຕີມຫົວເຊື້ອ ນໍ້າມັນກາຊ່ວນ ຊະນິດ "  ຊີເທນເອັມພາວເວິ້ " 


   ເຊິ່ງຫົວເຊື້ອດັ່ງກ່າວ ແມ່ນບໍ່ໄດ້ສ້າງຄວາມເສຍຫາຍຫຍັງໃຫ້ເຄື່ອງຈັກ, ແຕ່ໃນທາງກັບກັນຫົວເຊື້ອ ໄດ້ສົ່ງຜົນດີໃຫ້ເຄື່ອງຈັກໃນການເຜົາໄຫມ້ ແລະ ລະບົບຫົວຊີດນຳອີກ


   ຂໍ້ມູນ: ວິທະຍຸ- ໂທລະພາບຊຽງຂວາງ.

0 Comments