ຂ່າວດີ!ແຈ້ງປັບຂຶ້ນຄ່າແຮງຂັ້ນຕໍ່າສຸດ ສໍາລັບແຮງງານ ຢູ່ ສປປລາວ ເລີ່ມ ສິງຫານີ້!
1. ຄັ້ງທີ I ປັບຂຶ້ນຈາກ 1.100.000 ກີບ ມາເປັນ 1.200.000 ກີບ ຕໍ່ຄົນ/ເດືອນ ຫຼື ເທົ່າກັບ 46.1 54 ກີບ ຕໍ່ຄົນ/ວັນ ຫຼື ເທົ່າກັບ 5,769 ກີບ ຕໍ່ຄົນ/ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ສິງຫາ 2022 ຫາ 30 ເມສາ 2023.
2. ຄັ້ງທີ 2 ປັບຂຶ້ນຈາກ 1.200.000 ກີບ ມາເປັນ 1.300.000 ກີບ ຕໍ່ຄົນ/ເດືອນ ຫຼື ເທົ່າກັບ 50.000 ກີບ ຕໍ່ຄົນຕໍ່ວັນ ຫຼື ເທົ່າກັບ 6.250 ກີບ ຕໍ່ຄົນຕໍ່ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ.
3/. ໃຫ້ຫົວໜ່ວຍແຮງງານ ປະຕິບັດການຈ່າຍຄ່າແຮງງານຂັ້ນຕໍ່າສຸດ ໃຫ້ສະເພາະຜູ້ທີ່ນອນໃນເງື່ອນໄຂ ເທົ່ານັ້ນ. ສໍາລັບ ຜູ້ອອກແຮງງານທີ່ມີປະສົບການ, ມີວິຊາຊີບ, ມີວິຊາສະເພາະ ແມ່ນຕ້ອງຈ່າຍຄ່າແຮງງານ
ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ ແລະ ໃຫ້ນຳເອົາຜູ້ອອກແຮງງານຂອງຕົນ ໄປຈົດເຂົ້າໃນລະບົບປະກັນສັງຄົມ ຕາມກົດໝາຍ, ພ້ອມທັງ ອອກລະບຽບການ ກ່ຽວກັບ ການຈັດລະບົບຄ່າແຮງງານຂັ້ນຕໍ່າ ແລະ ອື່ນໆ.
ພ້ອມນັ້ນ, ຜູ້ອອກແຮງງານທຸກຄົນ ຕ້ອງໄດ້ຮັບການກວດສຸຂະພາບປະຈຳປີ ຕາມກົດໝາຍກໍານົດ
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມ ເນື້ອໃນແຈ້ງການສະບັບນີ້ດ້ວຍ.
--------------------------------------
0 Comments