ກຳລັງຂັບເຄື່ອນທີ່ສຳຄັນ ຂອງການພັດທະນາຂອງປະເທດໃດໜຶ່ງແມ່ນຄົນ, ຖ້າພວກເຮົາມີຊັບພະຍາກອນ ທຳມະຊາດທີ່ມີຄ່າຫຼາຍປານໃດກໍຕາມ ແຕ່ຖ້າຂາດຊັບພະຍາກອນມະນຸດທີ່ມີຄຸນນະພາບໃນການຄຸ້ມຄອງນຳໃຊ້ ທີ່ຍືນຍົງ ແລະມີຄຸນຄ່າແກ່ປະເທດຊາດແລ້ວ ຍ່ອມບໍ່ຮ່ອນຈະເລີນ.

“ເງິນເຕັມພາ ບໍ່ເທົ່າພະຫຍາເຕັມປູມ” ຄຳເວົ້າອັນເກົ່າແກ່ຂອງລາວ ຍັງສາມາດນຳໃຊ້ໄດ້ດີກັບສະພາບປັດຈຸບັນ. ພວກເຮົາຮັບຮູ້ດີວ່າ ອົງປະກອບທີ່ເປັນໝາກຫົວໃຈຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃດກໍຕາມ

ໃນໂລກນີ້ ແມ່ນຕ້ອງອີງອາໄສຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ມີຄວາມຮູ້ ມີຈັນຍາທຳ ຈັນຍາບັນ ເຊິ່ງຕ່າງກັບຫາຍປະເທດທີ່ມີຊັບພະຍາກອນທຳມະຊາດອັນຮັ່ງມີ ແຕ່ປະຊາຊົນຍັງທຸກຍາກ.

“ລາວເຮົາຍັງເອື່ອຍອີງໃສ່ຊັບພະຍາກອນທຳມະຊາດຫຼາຍເກີນໄປ ທຽບໃສ່ສິງກະໂປ ບໍ່ມີຫຍັງ ນໍ້າຍັງໄດ້ຊື້ຈາກມາເລເຊຍເຂົາພັດຮັ່ງ ເຮົາຂຸດຄຳບໍ່ຈັກເທົ່າໃດບໍ່ ບໍ່ເຫັນຮັ່ງ”

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ຄົນໃໝ່ຂອງ ສປປລາວ ໄດ້ກ່າວໃນກອງປະຊຸມ ປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດ IX ເມື່ອອາທິດທີ່ຜ່ານມາ ເຊິ່ງເປັນການຢໍ້າເຕືອນພວກເຮົາອີກເທື່ອໜຶ່ງວ່າ ເສັ້ນທາງການພັດທະນາ ທີ່ຍືນຍົງ ແລະຮຸ່ງເຮືອງຂອງພວກເຮົານັ້ນ ບໍ່ແມ່ນການອາໄສການສ້າງລາຍຮັບເປັນຕົ້ນຕໍໃສ່ຊັບພະຍາກອນທຳມະຊາດ.​


ເປັນສິ່ງຈະແຈ້ງວ່າ ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາໃນປັດຈຸບັນ ແມ່ນອີງໃສ່ຊັບພະຍາກອນ ທຳມະຊາດເປັນຕົ້ນຕໍ ບໍ່ວ່າຈະເປັນ ການຂຸດຄົ້ນບໍ່ແຮ່, ການພັດທະນາ ເຂື່ອນໄຟຟ້ານໍ້າຕົກ, ກະສິກຳ-ປ່າໄມ້ ແລະ ອື່ນໆ ທີ່ຕິດພັນກັບການນຳໃຊ້ຊັບພະຍາກອນທຳມະຊາດ

ເຊິ່ງສ່ວນຫຼາຍ ຍັງເປັນການຂຸດຄົ້ນທີ່ ບໍ່ມີຄວາມຍືນຍົງ ແລະບົກແຫ້ງລົງເລື້ອຍໆ, ໜໍາຊໍ້າບາງກໍລະນີ ຍັງເຮັດໃຫ້ ລະບົບນິເວດເສື່ອມໂຊມຂຶ້ນນັບມື້ ເຊັ່ນ ການນຳໃຊ້ ສານເຄມີເກີນຂອບເຂດ ທຳລາຍນໍ້າ ແລະທຳລາຍດິນ ປະຊາຊົນອຶດຢາກຂຶ້ນນັບມື້ ເຊິ່ງເປັນອົດສູຍິ່ງ

ເຖິງຢ່າງໃດກໍຕາມ ເມື່ອພວກເຮົາເບິ່ງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ນັ້ນເຫັນວ່າ ລັດຖະບານໃຫ້ ບູລິມະສິດໃນການພັດທະນາ ໄປຕາມທິດສີຂຽວ-ຍືນຍົງຂຶ້ນຕື່ມ ເຊິ່ງກໍມີຄວາມຫວັງວ່າ ພວກເຮົາຈະຫັນທິດທາງ ທີ່ມີການເອື້ອຍອີງໃສ່ຊັບພະຍາກອນທຳມະຊາດໜ້ອຍລົງ ແລ້ວ ມຸ່ງເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕາມ ທິດທາງ ການບຸກທະລຸ ທາງດ້ານຊັບພະຍກອນມະນຸດ.

ໃນບົດລາຍງານການພັດທະນາມະນຸດ (HDI) ປີ 2020 ຂອງອົງການສະຫະປະຊາຊາດ ເພື່ອການພັດທະນານັ້ນ ເຫັນວ່າ ສປປລາວເຮົາ ຈັດໃນລຳດັບທີ 137 ໃນຈຳນວນທັງໝົດ 189 ປະເທດ ເຊິ່ງຍັງເປັນວຽກບູລິມະສິດ ໄລຍະຍາວແກ່ພວກເຮົາ ທີ່ຈະບຸກບືນໃຫ້ ການພັດທະນາຊັບພະຍາກອນມະນຸດກ້າວຂຶ້ນສູ່ລະດັບສູງ.

ການສຶກສາ ຂອງທະນາຄານໂລກນັ້ນ ຊີ້ໃຫ້ເຫັນວ່າ ການຂາດທັກສະການ ອ່ານ ແລະ ການຂຽນຂອງໄວໜຸ່ມລາວ ຈຳນວນຫຼາຍນັ້ນ ເປັນສິ່ງທ້າທາຍສຳຄັນໃນການຈ້າງງານຂອງ ແຮງງານລາວ ເຊິ່ງມີຜົນກະທົບຕໍ່ ການລົງທຶນຂອງ ພາກສ່ວນເອກະຊົນ ທັງພາຍໃນແລະຕ່າງປະເທດທີ່ຂາດແຄນແຮງງານທີ່ມີທັກສະ ແລະຜົນສຸດທ້າຍຂອງ ມີຜົນໂດຍລວມຕໍ່ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ.

ເພາະສະນັ້ນ ຈຶ່ງວ່າການພັດທະນາຊັບພະຍາກອນນຸດທີ່ມີຄຸນນະພາບນັ້ນ ເປັນໂອກາດທີ່ສຳຄັນທີ່ສຸດຂອງ ສປປລາວ ທີ່ຈະນຳພາປະເທດຊາດກ້າວສູ່ປະເທດ ສີວິໄລໃນອະນາຄົດ ໂດຍຖືເອົາຂໍ້ໄດ້ປຽບທີ່ວ່າ ປະເທດພວກເຮົາ ຍັງໜຸ່ມແໜ້ນ ເພາະມີຄົນໜຸ່ມກວມ 60% ຂອງປະຊາກອນ, ຖ້າໄວໜຸ່ມນີ້ເປັນຊັບພະຍາກອນທີ່ມີ ຄຸນນະພາບແລ້ວ ການພັດທະນາພວກເຮົາກໍເປັນໄປໄດ້ຢ່າງຄ່ອງຕົວ.

ຊົມຄລີບ: https://youtu.be/Tk-BIa-_wWU