ມາເລົ່າສູ່ຟັງ!!

ເບິ່ງເອົາເດນີ້ພວກເຈົ້າເອີຍລົດຄັນນີ້ຄົນເກັບເງິນກັບແອັດລົດ....ຂ້ອຍມາແຕ່ສະຫວັນນະເຂດມື້ວານນີ້ຕອນ 10.00 ເຊົ້າຢາກໄດ້ເຮົາຂີ່ລົດເພີ່ນ...ຍາດເຄື່ອງຍາດຂອງເທັກເຄດີຂ້ອຍກະໄປຊື້ປີ້ລົດ...ຢູ່ຫ້ອງການຄີວສະຫວັນ....ເພີ່ນບໍ່ໄລ່ລູກຂ້ອຍຍັງນ້ອຍນັ່ງບ່ອນດຽວກັບແມ່........ທີ່ປີ້ລົດສີແດງໆແມ່ນຊື້ຢູ່ຄີວ........ຊື້ແລ້ວກະມາຂື້ນລົດເຂົາກະກວດປີ້ຈົບດີຈັ່ງອອກລົດ......ພໍມານຳທາງລົດແລ່ນກາຍເຊໂນມາແຖບນອກໆແລ້ວ......ມາ

ຂາຍປີ້ໂຕໜັງສືສີຟ້າຂາດໃຫ້ວ່າລູກຂ້ອຍຕ້ອງໄດ້ຊື້ປີ້ລົດ......ຂ້ອຍກະບອກວ່າຊື້ລະເດ້ມາແຕ່ຄີວເພີ່ນບໍ່ໄລ່ລູກຂ້ອຍ......ແຕ່ເຂົາບໍ່ຍອມຂ້ອຍເລີຍຖາມວ່າຊິໄລ່ນຳທໍ່ໃດຜູ້ນ້ອຍເຄີ່ງຄ່າໄດ້ບໍ່.....ທີ່ແລກຜູ້ຍິງຄົນເກັບເງິນວ່າ 110 000.   ແຕ່ບາດແອັດລົດມາເກັບ
ພັດວ່າ.  130 000 ລາຄາດຽວຜູ້ໃຫ່ຍ....

ຂ້ອຍກະຈ່າຍຕາມນັ້ນມານຳທາງບໍ່ເຄີຍຮູ້ເຄີຍເຫັນເດີ້ແອັດລົດໄລ່ຂ້ອຍເກັບຂີ້ເຫຍື່ອເອງມ້ຽນລົງໄປຖີ້ມເອງບາດລົງລົດ.....ຄັນຂອງຂ້ອຍຈະບໍ່ວ່າດອກຂອງຄົນອື່ນຮາກໃສ່ມາໄລ່ຂ້ອຍເກັບ.....ລົງລົດມາແລ້ວເພີ່ນຍັງມາຖາມຄ່າເຂົ້າຂ້ອຍເຄີ່ງເປົາປຸຍ...50,000.....ລວມແລ້ວເສຍ 310,000

ຄັນບໍ່ມີເສຍເຂົາໄລ່ລົງລົດແທ້ໆເວົ້ານຳຄົນໂດຍສານກະບໍ່ມ່ວນຄົນເປັນລົມເປັນວີນບັກຫລາຍໆຍັດຄົນເຕັມຕັ່ງເສີມທໍ່ໃດກະບໍ່ພໍປານຂັງໝູຄັນຕັ່ງໃຜຕັ່ງມັນກະບໍ່ວ່າດອກເສຍເງີນຈ່າຍຊື້ປີ້ກະຢາກນັ່ງບ່ອນດີລະໃຜກະດາຍ.....ຝາກໄວ້ໃຫ້ຄິດ....ຂ້ອຍກະລູກໂຊເຟີລົດໂດຍສານຄືກັນ

ຈາກເຫດການດັ່ງກ່າວ ທີ່ສາວຄົນນີ້ໄດ້ນຳມາໂພສລົງໃນໂຊຊ້ຽວ ຊາວເນັດຫລາຍໆຄົນກໍ່ໄດ້ຄອມເມັ້ນກັນໃນຫລາຍແງ່ມຸມ ເຫດການນີ້ກໍ່ບໍແມ່ນເກີດຂື້ນຄັ້ງນີ້ເທື່ອດຽວ ວອນພາກສ່ວນກ່ຽວເຂົ້າໄປກວດສອບເບີ່ງແດ່


ຂໍ້ມູນ

--------------------------------------

0 Comments