ປ້ານຄັນນາ ຟ້າຜ່າເສຍຊີວິດ

ປ້ານຄັນນາ ຖືກຟ້າຜ່າ ເສຍຊີວິດ

ໃນເວລາ 14:00 ໂມງ ຂອງວັນທີ 1 ກໍລະກົດ 2022 ເກີດເຫດຟ້າຜ່າຄົນເສຍຊີວິດ, ຢູ່ບ້ານຄໍ້ ເມືອງຈຳພອນ ແຂວງສະຫວັນນະເຂດ ໃນຂະນະທີ່ປ້ານຄັນນາ.

ຜູ້ເຫັນເຫດການ ເລົ່າວ່າ:  ຜູ້ເສຍຊີວິດ ຊື່ ທ້າວ ເລີນ ອາຍຸ 45 ປີ, ບ້ານດົງຄັນຄູ ເມືອງຈຳພອນ, ຜູ້ກ່ຽວພ້ອມຊາວບ້ານຈຳນວນຫນຶ່ງໄດ້ມາດຳນາຢູ່ບ້ານຄໍ້

ໃນຕອນເກີດເຫດ ຜູ້ກ່ຽວໄດ້ໃຊ້ຈົກປ້ານຄັນນາ ທ່າມກາງຝົນຕົກ, ຈາກນັ້ນ ຟ້າໄດ້ຟ່າ ລົງໃສ່ເຮັດໃຫ້ເສຍຊີວິດຄາທີ່ ແລະ ຢຸ່ດ້າມຈົກ ຍັງພົບຮ່ອງຮອຍຖືກຟ້າຜ່າ

ຢ່າງໃດກໍດີ, ຂໍສະແດງຄວາມເສຍໃຈ ກັບເຫດການເກີດຂຶ້ນໃນຄັ້ງນີ້.

0 Comments