ກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ພົບປະສອງຝ່າຍ ປະຈໍາປີ 2022

ກະຊວງປ້ອງກັນຄວາມສະຫງົບ ລາວ-
ຫວຽດນາມ ພົບປະສອງຝ່າຍ ປະຈໍາປີ 2022

ກອງປະຊຸມພົບປະສອງຝ່າຍ ປະຈໍາປີ 2022 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສຫວຽດນາມ ຈັດຂຶ້ນໃນວັນທີ 24 ສິງຫາ 2022 ທີ່ນະຄອນຫລວງວຽງຈັນ ສປປ ລາວ, ເປັນປະທານໂດຍ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ໂຕເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດ ນາມ, ມີຄະນະນໍາຂັ້ນສູງ, ພະນັກງານກ່ຽວຂ້ອງ ສອງກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກ່າວວ່າ: ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຄັ້ງນີ້ ຈະເປັນຂີດໝາຍໃໝ່ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນສັນຍາ ການຮ່ວມມືຮອບດ້ານຕ່າງໆລະຫວ່າງສອງພັກ, ສອງລັດຖະ ບານ ໂດຍສະເພາະ ລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຮ່ວມກັນຜັນຂະຫຍາຍສັນຍາຮ່ວມມືປະຈໍາປີ, ຮ່ວມກັນເສີມສ້າງມູນເຊື້ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ແໜ້ນແຟ້ນ ແລະ ກ້າວສູ່ລວງເລິກຍິ່ງຂຶ້ນ.

ຄຽງຄູ່ກັນນີ້, ກອງປະຊຸມພົບປະສອງຝ່າຍຄັ້ງນີ້, ແມ່ນຈັດຂຶ້ນໃນບັນຍາກາດທີ່ສອງຊາດ ລາວ-ຫວຽດນາມ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມ ມູນິດຫວຽດນາມ ແລະ ປີນີ້ຍັງເປັນປີທີ່ມີຄວາມໝາຍສໍາຄັນ ເພາະຢູ່ໃນປີທີ່ສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຈັດຕັ້ງຂະບວນການເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງ 2 ວັນປະວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ຄົບຮອບ 45 ປີ.

ກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ເວລາໃດກໍຕີລາຄາສູງຕໍ່ຜົນງານ ແລະ ໄຊຊະນະ ຂອງກໍາລັງຕໍາຫລວດປະຊາຊົນຫວຽດນາມ ໃນການສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເຊິ່ງເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດອິດທິພົນຂອງ ສສ ຫວຽດນາມ ເປັນ ຕົ້ນ ແມ່ນຂອງກໍາລັງປ້ອງກັນຄວາມສະຫງົບຫວຽດນາມ ນັບມື້ໂດດເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ສໍາລັບການປະຕິບັດແຜນການຮ່ວມມືປະຈໍາປີ 2022 ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ແມ່ນຈະສືບຕໍ່ຮ່ວມມືກັນ ໃນຂົງເຂດວຽກງານທີ່ໄດ້ພົວພັນຮ່ວມມືກັນຜ່ານມາ ໂດຍສະ ເພາະ ການປະສານສົມທົບ, ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການຮັບ ປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງ ບັນດາເຫດການການເມືອງ, ການຕ່າງປະເທດ ເຊັ່ນ: ເພີ່ມທະວີການຮ່ວມມືປະສານສົມທົບກັນໃຫ້ແໜ້ນແຟ້ນໃນການຕ້ານບັນດາອາຊະຍາກໍາ; ສືບຕໍ່ປະສານສົມທົບຕອບຕ້ານການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ອິດທິກໍາລັງປໍລະປັກທີ່ໃສ່ຮ້າຍປ້າຍສີ, ແບ່ງແຍກຄວາມສາມັກຄີລະຫວ່າງສອງປະເທດເຮົາ;

 ສືບຕໍ່ວຽກງານກໍ່ສ້າງກໍາລັງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃຫ້ກາຍ ເປັນກໍາລັງທີ່ເຂັ້ມແຂງ; ສືບຕໍ່ຫາລືເນື້ອໃນສົນທິສັນຍາ ວ່າດ້ວຍການປົກປ້ອງ ແລະ ຮັກ ສາຂໍ້ມູນສຳຄັນ, ຊຸກຍູ້ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອໃຫ້ໄດ້ລົງນາມສົນທິສັນຍາວ່າດ້ວຍການໂອນຕົວຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ; ສືບຕໍ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງຫ້ອງການປະສານງານ ປກສ ບ້ານ, ໂຄງການກໍ່ ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບປະຊາຊົນລາວ ແລະ ໂຄງການກໍ່ສ້າງສູນຂໍ້ມູນພົນລະເມືອງ; ສືບຕໍ່ປະສານສົມທົບກົມກຽວກັບແຜນການເຄື່ອນໄຫວກິດຈະກໍາປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ເຕີບໃຫຍ່ຂຶ້ນໄປເລື່ອຍໆ.

ຂ່າວ: ພູເງິນ
ພາບ: ບຸນພະຈັນ

0 Comments