ຕຳຄົນເສຍຊີວິດ ຫລົບຫນີບໍ່ລອດ
ໃນວັນທີ 3 ສິງຫາ 2022 ຜ່ານມານີ້ ພະແນກຕໍາຫຼວດຈະລະຈອນ ປກສ ແຂວງວຽງຈັນ ສາມາດນຳຈັບຕົວ ທ້າວ ນົກ ຜູ້ຂັບລົດໃຫຍ່ຕຳລົດຈັກ ເຮັດໃຫ້ມີຜູ້ເສຍຊີວິດ ແລ້ວເອົາຕົວຫລົບຫນີ.
ເຈົ້າຫນ້າທີ່ ໃຫ້ຮູ້ວ່າ: ເຫດການເກີດໃນເວລາ 20 ໂມງ 30 ນາທີ ຂອງວັນທີ 10 ກໍລະກົດ 2022 ບ້ານໂນນສະຫວ່າງ ເມືອງວຽງຄຳ; ຜ່ານການລົງກວດກາ, ເກັບກໍາຂໍ້ມູນພົບເຫັນວັດຖຸ ສີ້ນສ່ວນການເປ່ເພຂອງລົດໃຫຍ່ທີ່ຕົກເຮ່ຍ ແລະ ຄົນເສຍຊີວິດ 1 ຄົນຊື່ ທ້າວ ແຫຼ້ ອາຍຸ 47 ປີ ບ້ານສ້າງໃຫ່ຍ ເມືອງໂພນໂຮງ ສ່ວນຜູ່ຂັບຂີ່ລົດໃຫຍ່ແມ່ນໄດ້ເອົາຕົວຫຼົບໜີ.
ເຈົ້າໜ້າທີ່ ຈຶ່ງເກັບກໍາຂໍ້ມູນເອົາຄໍາໃຫ້ການຈາກບັນດາພະຍານຜູ້ທີ່ຮູ້ເຫັນເຫດການ, ຈິ່ງສາມາດໄດ້ພົບເຫັນລົດໃຫຍ່ຄັນທີ່ເປັນເປົ້າໝາຍທີ່ເກີດອຸບັດຕິເຫດ ຢູ່ບ້ານຫ້ວຍປຸ່ງ ເມືອງໂພນໂຮງ ຕົກມາຮອດວັນທີ 22 ກໍລະກົດ 2022 ໄດ້ກວດກາລົດກະບະ ແມ່ນອອກຊື່ ຄົນຫນຶ່ງຢູ່ ບ້ານໜອງພະຍາ ເມືອງໄຊທານີ ນວ; ເຊິ່ງທ້າວ ນົກ ເປັນຜູ້ຂັບຂີ່ໃນມື້ເກີດເຫດ ໃນເບື້ອງຕົ້ນຜູ້ກ່ຽວບໍ່ຍອມຮັບ.
ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ກວດກາຮ່ອງຮອຍການເປ່ເພຂອງລົດຄັນດັ່ງກ່າວ ແລ້ວສົມທຽບກັບວັດຖຸສີ້ນສ່ວນທີ່ຕົກເຮ່ຍຢູ່ໃນສະຖານທີ່ເກີດ ໃນທີ່ສຸດ ກໍມີຫລັກຖານຮັດກຸມ ແລະ ທ້າວ ນົກ ຈິ່ງສາລະພາບຍອມຮັບເປັນຜູ້ຂັບລົດຕຳຄົນເສຍຊີວິດ ແລ້ວຫລົບຫນີ.
0 Comments