ໄວ້ອາໄລແດ່ເຈົ້າໜ້າທີ່ຜູ້ເສຍສະຫຼະຊີວິດເພື່ອປະເທດຊາດ
ວັນທີ 7 ຕຸລາ 2022 ນີ້ ເວລາປະມານ 6-7 ແລງ ເຈົ້າຫນ້າທີນຳກຳລັງບຸກທະລາຍແກ້ງຄ້າຢາເສບຕິດ ແລະ ຊຶ່ງຄົນຮ້າຍໄຫວຕົວທັນພ້ອມໄດ້ຈີ້ຄົນ ໂດຍຄົນຮ້າຍມີນຳກັນ 3 ຄົນ ແລະ ມີອາວຸດປືນ ຫຼັງຈາກການປະທະກັນ ທາງເຈົ້າໜ້າທີສາມາດຈັບຄົນຮ້າຍໄດ້ສອງຄົນ ແລະ ຫຼົບໜີໄປໄດ້ຄົນ 1 ທາງເຈົ້າໜ້າທີ່ເຮົາແມ່ນໄດ້ຮັບບາດເຈັບ 2 ຄົນ ເຈັບສາຫັດ 1 ຄົນ ແລະ ເສຍຊີວິດ 1 ຄົນ
ສະຖານທີ່ເຫດເກີດເຫດບໍລິເວນ ແຖວ ປ່າວິກ ທາງເຂົ້າບ້ານດົງຊຽງດີ ເມືອງ ໄຊທານີ ນະຄອນຫຼວງ ເປັນຄະດີຄ້າຂາຍຢາເສບຕິທີ່ຕ້ອງສູນເສຍເຈົ້າຫນ້າທີ່ຂອງຊາດ
ຢ່າງທີ່ເຮົາຮູ້ກັນວ່າ ອາຊີບອ້າຍນ້ອງ ທະຫານ ຕຳຫຼວດ ແມ່ນຢູ່ໃນຄວາມສ່ຽງສູງກວ່າສາຍອາຊີບອື່ນໆ ໃນມຸມໜຶ່ງທີ່ສັງຄົມເຮົາມັກກ່າວດ້ານລົບທາງສາຍອາຊີບນີ້ກໍ່ຈົ່ງຮູ້ໄວ້ວ່າອີກດ້ານໜຶ່ງແມ່ນເພິ່ນໄດ້ສ່ຽງຊີວິດ ອຸທິດຕົນເພື່ອພວກເຮົາ ເພື່ອສັງຄົມສ່ວນລວມ
ຕຳຫຼວດຜູ້ເສຍຊີວິດບ້ານເກີດຢູ່ ບ້ານໄຮ່ປາກງື່ມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ
#ບອກຕໍ່ #ເລົ່າຂ່າວ #ຢາເສບຕິດ
--------------------------------
ທີ່ມາ:
0 Comments