ສານພິຈາລະນາຕັດສິນປະຫານຊີວິດ ຈໍາເລີຍຄ້າຂາຍຢາເສບຕິດ
ໃນວັນທີ 18 ພະຈິກ 2022, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ພິຈາລະນາຕັດສິນປະຫານຊີວິດ ຈໍາເລີຍ 2 ຄົນ ຊື່ ທ້າວ ປໍຈົວ ແລະ ທ້າວ ຈູໄລ ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ
ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າໄວ້ໃນຄອບຄອງ ພ້ອມທັງຮິບຊັບທີ່ມີສ່ວນພົວພັນກັບຢາເສບຕິດເຂົ້າເປັນຂອງລັດ.ໄ
ໃນວັນດຽວກັນນີ້້ ຍັງໄດ້ຕັດສິນລົງໂທດຕັດອິດສະລະພາບ ທ້າວ ຊົວເຈີ ລີ ອາຍຸ 59 ປີ ບ້ານ ພູສະຫວັນ ເມືອງໄຊ
ຈໍາຄຸກ 5 ປີ ປັບໃໝ 10.000.000 ກີບ ແລະ ທ້າວ ກົງລີ ອາຍຸ 19 ປີ ຄົນບ້ານດຽວກັນ ຈໍາຄຸກ 2 ປີ ປັບໃໝ 10.000.000 ກີບ
ສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າ ໄວ້ໃນຄອບຄອງ.
ທີມາ:
0 Comments