ກະຊວງປ້ອງກັນປະເທດ ອອກຄຳແນະນຳ ສະບັບເລກທີ 289/ກປທ. ວັນທີ 19 /01/2023
ເຖິງ: ຄະນະພັກ-ຄະນະບັນຊາ, ການເງິນກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ.
ເລື່ອງ: ການຈັດຕັ້ງປະຕິບັດເງິນອຸດໜູນຄ່າຄອງຊີບ ໃຫ້ນາຍ ແລະ ພົນທະຫານທົ່ວກອງທັບ.
- ອີງຕາມ ກົດໝາຍງົບປະມານແຫ່ງລັດ ສະບັບເລກທີ 71/ສພຊ, ລົງວັນທີ 16 ທັນວາ 2015 ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 13/ສພຊ, ລົງວັນທີ 17 ພະຈິກ 2021.
- ອິງຕາມ ຄໍາແນະນໍາຂອງກະຊວງການເງິນ ສະບັບເລກທີ 3736/ກງ, ລົງວັນທີ 25 ພະຈິກ 2022 ວ່າ
ດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023.
ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດການເບີກຈ່າຍ ເງິນເດືອນຂອງນາຍ ແລະ ພົນທະຫານໃຫ້ມີຄວາມ
ເປັນເອກະພາບໃນທົ່ວກອງທັບກໍ່ຄືໃນຂອບເຂດທົ່ວປະເທດ.
ກະຊວງປ້ອງກັນປະເທດ ອອກຄຳແນະນໍາ ດັ່ງນີ້:
1. ເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ນາຍ ແລະ ພົນທະຫານທົ່ວກອງທັບ 150.000 ກີບ/ຄົນ/ເດືອນ ໃຫ້
ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນ ມັງກອນ 2023 ເປັນຕົ້ນໄປ.
2. ການເບີກຈ່າຍເງິນອຸດໜູນຄ່າຄອງຊີບແມ່ນໃຫ້ຈັດຕັ້ງປະຕິບັດເບີກຈ່າຍໄປກັບເງິນເດືອນໃນແຕ່ລະເດືອນ, ເງິນອຸດໜູນຄ່າຄອງຊີບແມ່ນບໍ່ໃຫ້ຄິດໄລ່ຫັກ-ມອບພັນທະອາກອນ ແລະ ບໍ່ຫັກ 8% ເຂົ້າຄັງປະກັນສັງຄົມ.
3. ຄະນະພັກ-ຄະນະບັນຊາ, ການເງິນ ກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ຈົ່ງຮັບຮູ້ ແລະ ນໍາພາການເງິນທີ່ຕົນຄຸ້ມຄອງ ເພື່ອຈັດຕັ້ງປະຕິບັດຄຳແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ພ້ອມທັງ
ເຜີຍແຜ່ຄຳແນະນຳໃຫ້ນາຍ ແລະ ພົນທະຫານທົ່ວກົມກອງ ຢ່າງເຂັ້ມງວດ.
4. ມອບໃຫ້ກົມການເງິນ ກະຊວງປ້ອງກັນປະເທດ ຊຸກຍູ້, ແນະນຳ, ຕິດຕາມກວດກາການຈັດຕັ້ງປະຕິ ບັດ
ເງິນເພີ່ມອຸດໜູນຄ່າຄອງຊີບຂອງນາຍ ແລະ ພົນທະຫານ ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖີ່ນ ໃຫ້
ຖືກຕ້ອງ, ເຂັ້ມງວດ ແລະ ໄດ້ຮັບຜົນດີ.
5. ຄໍາແນະນໍາສະບັບນີ້ມີຜົນສັກສິດ ແລະ ນຳໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ທີ່ມາ:
0 Comments