ໃນວັນທີ 27 ມັງກອນ 2023 ເວລາ 11:24 ໂມງ ມີເຫດຄົນຕົກເຫວຢູ່ພູເກົ້າຫລັກ ເມືອງກາສີ ແຂວງວຽງຈັນ
ຊື່ທ້າວ ພອງພັນ ອາຍຸ 55 ປີ ຢູ່ບ້ານປິງ ເມືອງປາກແບງ ແຂວງອຸດົມໄຊ ເສຍຊີວິດຄາທີ່
ຕາມການບອກເລົ່າຂອງຍາດຜູ້ເສຍຊີວິດວ່າ: ຜູ້ກ່ຽວຂີ່ລົດເມມາກັບພີ່ນ້ອງແຕ່ວັນທີ 26 ມັງກອນ 2023
ພໍມາເຖິງເຊດພູເກົ້າຫລັກ (ໂຄ້ງຈຸດຊົມວິວ) ຜູ້ກ່ຽວລົງລົດຍ້ອນລົດເລັ່ງບໍ່ຂຶ້ນຈຶ່ງອອກຈາກລົດເພື່ອຈະຍ່າງຂຶ້ນໄປແຕ່ພາດຕົກເຫວເລິກປະມານ 300 ກວ່າແມັດ
0 Comments