ໂສມໜ້າໂຈນປຸ້ນເພັດ ມູນຄ່າ 3.25 ຕື້ກິບ


🙏🏻 ຂໍລົບກວນຫມູ່ຄູ່ ຊ່ວຍກັນແຊ ຮູບໂສມຂອງໂຈນຫລັກຊັບຢູ່ຮ້ານບຸນເຕັມວັດຖຸມີຄ່າ ໃນວັນທີ 09/01/2023 ເວລາ 11:30 ເຊິ່ງລວມມູນຄ່າເສຍຫາຍກວ່າ 3.25ຕື້ກີບ

💎ສັບສິນເສຍຫາຍມີ ແຫວນເພັດ 5ກະລັດ ມູນຄ່າ 1.7ຕື້ ແລະ ປະຫລັກແຂນລວມ 4.2ກະລັດ ມູນຄ່າ 1.55ຕື້ກີບ 

ໂຈນໄດ້ມີການມາເບິ່ງໃນຮ້ານຫລາຍຄັ້ງ ແລະ ສອບຖາມຂໍ້ມູນຂອງສິນຄ້າຈົນຮູ້ວ່າສິນຄ້າໃດລາຄາສູງທີ່ສຸດ ແລະ ມື້ນີ້ໄດ້ມາອີກຄັ້ງຫນຶ່ງ ແລະ ລົງມືຫຼັກຊັບ ແລະ ແລ່ນຫນີພ້ອມປືນຢູ່ໃນມື 


ຂໍໃຫ້ເລື່ອງນີ້ເປັນບົດຮຽນ ແລະ ອຸທາຫອນໃຫ້ແກ່ຫ້າງຮ້ານຄ້າຂາຍວັດຖຸມີຄ່າ ໃຫ້ຊ່ວຍກັນເພີ່ມມາດຕະການຄວາມປອດໄພ ແລະ ລະວັງໄພຊ່ວຍກັນ

ສຳຫລັບຜູ້ໃດສາມາດໃຫ້ຂໍ້ມູນເບາະແສຂອງຜູ້ຮ້າຍຈົນນຳຈັບໄດ້ສຳເຫລັດ ທາງຮ້ານມີລາງວັນນຳຈັບໃຫ້ 200ລ້ານກີບ

ເບີໂທຕິດຕໍ່ 98866228

ຂໍຂອບໃຈຫລາຍໆ 🙏🏻

0 Comments