ອັດຕະປື ສ້າງລາຍຮັບຈາກການທ່ອງທ່ຽວ 35 ຕື້ກວ່າກີບ

ປີ 2022 ແຂວງອັດຕະປື ສ້າງລາຍຮັບໄດ້ຈາກການທ່ອງທ່ຽວ 35 ຕື້ກວ່າກີບ

ໃນປີ 2022 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວ ແຂວງອັດຕະປື ທັງໝົດ 98.348 ເທື່ອຄົນ,ລື່ນແຜນທີ່ສະພາຮັບຮອງ 9% (ມະຕິສະພາ 90.000 ເທື່ອຄົນ) ແລະ ສາມາດກະຈາຍລາຍຮັບໄດ້ ທັງໝົດ 35,527 ຕື້ກີບ,ລື່ນແຜນທີ່ສະພາຮັບຮອງ 7,7% (ມະຕິສະພາ 33 ຕື້ກີບ).

ອີງຕາມການເປີດເຜີຍຂອງທ່ານ ຄໍາພັນ ບຸນຍະວົງສີ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ເມື່ອວັນທີ 25 ມັງກອນ 2023 ໃຫ້ຮູ້ວ່າ: ວຽກງານການທ່ອງທ່ຽວ ເປັນຂະແໜງບໍລິການໜຶ່ງທີ່ສ້າງລາຍຮັບໃຫ້ແຂວງ ແລະ ຍັງເປັນຂະແໜງການໜຶ່ງທີ່ສໍາຄັນ ໃນການຍູ້ແຮງເຮັດໃຫ້ເສດຖະກິດພາຍໃນແຂວງ ມີການຂະຫຍາຍຕົວ,ເຊິ່ງຜ່ານມາທາງອໍານາດການປົກຄອງແຂວງ ກໍ່ຄືຂະແໜງການທ່ອງທ່ຽວຂອງແຂວງ ໄດ້ເອົາໃຈໃສ່ປັບປຸງ 

ແລະ ພັດທະນາການທ່ອງທ່ຽວຂອງແຂວງຢ່າງຕໍ່ເນື່ອງ, ມີຈຸດສຸມ ເພື່ອສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຕິດພັນກັບການທ່ອງທ່ຽວກະສິກຳຕາມທິດສີຂຽວ,ຍືນຍົງ ແລະ ມີສ່ວນຮ່ວມຂອງປະຊາຊົນ, ພ້ອມດຽວກັນນັ້ນ ກໍ່ໄດ້ສຳເລັດການຮັບຮອງແບບ ແລະ ແນວຄວາມຄິດພັດທະນາແຫຼ່ງທ່ອງທ່ຽວ ພູສະພອງ, ສຳເລັດການຜ່ານແບບພັດທະນາແຫຼ່ງທ່ອງທ່ຽວເຂດຕະມໍຢອດ, ສຳເລັດການລົງສຳຫຼວດປັກຫຼັກໝາຍແຫຼ່ງທ່ອງທ່ຽວຮ່ອງຮອຍເມືອງມາລະ, ເມືອງອົງການ, ດົງຫໍ ແລະ ໄດ້ສ້າງແຜນລົງສຳຫຼວດແຫຼ່ງທ່ອງທ່ຽວ ພູກາງໂຮງ, ປ່າທາມສະໂໜດ ແລະ ຕາດໄຮ, ເພື່ອສືກສາຄວາມເປັນໄປໄດ້ໃນການພັດທະນາປັນແຫຼ່ງທ່ອງທ່ຽວຂອງແຂວງ, 

ໄດ້ສ້າງແຜນຟື້ນຟູການທ່ອງທ່ຽວຂອງແຂວງ ແຕ່ ປີ 2022-2025 ແລະ ສ້າງແຜນກິດຈະກຳພັດທະນາ ຜະລິດຕະພັນການທ່ອງທ່ຽວ ເພື່ອເຊື່ອມຕໍ່ກັບບັນດາແຂວງພາກໃຕ້ ແລະ ບັນດາແຂວງຂອງເຂດສາມຫຽ່ມພັດທະນາ CLV, ມາຮອດປະຈຸບັນທົ່ວແຂວງ ມີແຫຼ່ງທ່ອງທ່ຽວທັງໝົດ 81 ແຫ່ງ, ໃນນີ້: ແຫຼ່ງທ່ອງທ່ຽວທຳມະຊາດ 52 ແຫ່ງ, ແຫຼ່ງທ່ອງທ່ຽວປະຫວັດສາດ 10 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງວັດທະນະທຳ 19 ແຫ່ງ.
ຂ່າວ: ສິດຕິພອນ

ທີ່ມາ:

0 Comments