6ຂໍ້ປັບໃຫມຜູ້ຂັບຂີ່ ຫາກບໍ່ມີເອກະສານຄົບຖ້ວນ

ອີງຕາມດຳລັດ ວ່າດ້ວຍການປັບໃໝຕໍ່ຜູ້ຂັບຂີ່ທີ່ເອກະສານບໍ່ຄົບ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບກ່ຮ ກ່ຽວກັບຈະລາຈອນທາງບົກ. ມາດຕາ 8 ການຂັບຂີ່ລົດ ໂດຍບໍ່ມີເອກະສານຄົບຖ້ວນຜູ້ຂັບຂີ່ລົດ ຕ້ອງມີເອກະສານຄົບຖ້ວນ ເຊັ່ນ ໃບຂັບຂີ່ຍານພາຫະນະ, ໃບທະບຽນຍານພາຫະນະ, ໃບຢັ້ງຢືນການກວດກາເຕັກນິກ, ໃບເສຍຄ່າທໍານຽມທາງ,ໃບປະກັນໄພຍານພາຫະນະ.

ນອກຈາກເອກະສານທີ່ກ່າວມາຂ້າງເທິງນີ້ ລົດຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ຍັງຕ້ອງມີ ໃບອະນຸຍາດ ດໍາເນີນທຸລະກິດຂົນສົ່ງ, ໃບອະນຸຍາດແລ່ນລົດ, ປື້ມຕິດຕາມການແລ່ນລົດ, ໃບຕິດຕາມຜູ້ໂດຍສານ ແລະ ສິນຄ້າ. ສໍາລັບລົດຂົນສົ່ງນັກທ່ອງທ່ຽວ ຕ້ອງມີບັນຊີນັກທ່ອງທ່ຽວ ແລະ ແຜນການນໍາທ່ຽວ.
ໃນກໍລະນີຜູ້ຂັບຂີ່ໃດ ຫາກບໍ່ມີເອກະສານຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ເທິງນີ້ ຈະຖືກປັບໃຫມ ຕາມ ແຕ່ລະເອກະສານ ແລະ ປະເພດລົດ ດັ່ງນີ້:

1. 30.000 ກີບ ສໍາລັບລົດຈັກ;
2. 35.000 ກີບ ສໍາລັບລົດສາມລໍ້ຕິດເຄື່ອງຈັກ;
3. 60.000 ກີບ ສໍາລັບລົດ ເກງ, ກະບະ, ຈິບ ແລະ ຕູ້;
4. 60.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດນ້ອຍ, 
5. 80.000  ກີບ ສໍາລັບ ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດກາງ, 
6. 200.000 ກີບ ສໍາລັບລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ຂະຫນາດໃຫຍ່.

ໃນກໍລະນີຜູ້ຂັບຂີ່ໃດ ຫາກບໍ່ມີໃບທະບຽນຍານພາຫະນະ ໃຫ້ເຈົ້າຫນ້າທີ່ຄວບຄຸມການຈະລາຈອນ ທາງບົກ ກັກລົດໄວ້ ແລ້ວໃຫ້ເຈົ້າຂອງລົດນໍາເອົາເອກະສານທີ່ກ່ຽວຂ້ອງທັງຫມົດ ມາຢັ້ງຢືນເອົາລົດ, ຖ້າບໍ່ມີ ເອກະສານ ທີ່ກ່ຽວຂ້ອງມາຢັ້ງຢືນ ໃຫ້ເຈົ້າຫນ້າທີ່ດັ່ງກ່າວ ປະຕິບັດຕາມກົດຫມາຍ ແລະ ລະບຽບການທີ່ ກ່ຽວຂ້ອງ ຢ່າງເຂັ້ມງວດ.

0 Comments