ສາເຫດໃບຕາດິນອອກຊັກຊ້າ ຍ້ອນຫລາຍສາເຫດ...

ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ວັນທີ 22 ກໍລະກົດ 2022 ນີ້ວ່າ:

ວຽກງານຂົງເຂດທີ່ດິນ ຊັບພະຍາກອນກ່ຽວກັບການອອກໃບຕາດິນ ເປັນບັນຫາລວມທີ່ຊໍ້າເຮື້ອມາຫຼາຍປີຈາກເຊື່ອມໂຍງໃນໄລຍະຂ້າມ ຜ່ານ ແລະ ການນໍາໃຊ້ລະບົບອານາລັອກ (ລະບົບເຈ້ຍ) ທີ່ຍັງບໍ່ທັນໄດ້ຮັບການປັບປຸງ ໄປສູ່ລະບົບທັນສະໄຫມ

ເຮັດໃຫ້ພົບພໍ້ຫຼາຍບັນຫາ ເຊິ່ງ ການອອກໃບຕາດິນໃນໄລຍະຜ່ານມາ ແຕ່ປີ 2021 ເຖິງປັດຈຸບັນ ສາມາດເຊັນໃບຕາດິນໄດ້ທັງໝົດ 34.487 ຕອນ ຖ້າຫາກເອກະສານຕອນ ດິນທຸກຕອນຜ່ານລະບົບບະດູດຽວ ຜ່ານຂັ້ນຕອນໃນລະບົບຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ ວຽງຈັນ ແມ່ນບໍ່ໄດ້ມີການຊັກຊ້າ

ກ່ຽວກັບສາເຫດທີ່ພາໃຫ້ເກີດມີຫາງສຽງຊັກຊ້າໃນການ ບໍລິການອອກໃບຕາດິນ ຍ້ອນສະພາບລະບົບໂປຣແກຣມຖານຂໍ້ມູນທີ່ດິນບໍ່ສົມບູນ ມີໄວຣັສ ສັນຍານເນັດເວີກບໍ່ສະຖຽນ ລະບົບເຊີເວີເກັບຂໍ້ມູນເຕັມ ມີບັນຫາເຮັດໃຫ້ວຽກງານຕິດຂັດ ບໍ່ສາມາດແຕ້ມໃບຕາດິນໄດ້ຫຼາຍຄັ້ງຕິດຕໍ່ກັນ ບາງຄັ້ງໃຊ້ເວລາເປັນເກືອບເດືອນ

ຮ້າຍແຮງກວ່ານັ້ນ ຂໍ້ມູນໃນຖານຂໍ້ມູນໄດ້ເສຍຫາຍ ການກູ້ຂໍ້ມູນຄືນແມ່ນຕ້ອງໃຊ້ເວລາ ການພິມໃບຕາດິນຢູ່ຫຼາຍຈຸດ ເປັນຕົ້ນ ກົມທີ່ດິນເມືອງ ເຮັດໃຫ້ການຄຸ້ມຄອງຍາກ ລະບົບການຖ່າຍໂອນຂໍ້ມູນລະຫວ່າງໂປຣແກຣມ LLMs ກັບ ໂປຣແກຣມ LaoLandreg ປັດຈຸບັນໃນ 6 ຟັງຊັ້ນ ສາມາດ ໃຊ້ໄດ້ແຕ່ 1 ຟັງຊັ້ນຄື

ໃຊ້ສະເພາະໃນວຽກງານການສໍາຫຼວດວັດແທກຂຶ້ນທະບຽນອອກໃບຕາດິນຄັ້ງທໍາອິດເທົ່ານັ້ນ ເກີດມີຊ່ອງຫວ່າງ ເຈົ້າຂອງສິດນໍາໃຊ້ທີ່ດິນບຸກຄົນ ນິຕິບຸກຄົນ ໄດ້ວ່າຈ້າງນາຍໜ້າ ພະນັກງານມາແລ່ນນອກລະບົບ ເຮັດໃຫ້ມີການກົດໜ່ວງຖ່ວງດຶງເອກະສານ ແລະ ເຮັດໃຫ້ສົ່ງຜົນສະທ້ອນຕໍ່ພາບບົດຂອງລັດ

ເປັນຕົ້ນ ດິນຈັດສັນແບ່ງຂາຍ ໃຫ້ນາຍໜ້າມາແລ່ນ ເຮັດໃຫ້ເກີດມີການຊັກຊ້າ ມີປາກົດການປອມແປງເອກະສານປອມແປງໃບຕາດິນ ແລະ ຍັງມີພະນັກງານຈໍານວນໜຶ່ງທີ່ຂາດຄຸນທາດການເມືອງ

ບໍ່ໜັກແໜ້ນຈັນຍາບັນຫັນໄປຮັບແລ່ນແຕ່ເອກະສານບໍ່ເອົາໃຈໃສ່ຕໍ່ວຽກງານວິຊາສະເພາະທີ່ພັກ-ລັດມອບໝາຍໃຫ້ ເຮັດໃຫ້ເກີດມີຫາງສຽງສັງຄົມ ແລະ ປາກົດການຫຍໍ້ທໍ້ຕາມມາ

ບຸກຄະລາກອນທີ່ເຮັດວຽກດ້ານເຕັກນິກຍັງບໍ່ພຽງພໍ ຖ້າທຽບໃສ່ບໍລິມາດຂອງວຽກງານ ຜູ້ໜຶ່ງຕ້ອງເຮັດຫຼາຍວຽກ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ເຮັດໃຫ້ພະນັກງານບໍ່ສາມາດເຮັດວຽກໄດ້ຢ່າງເຕັມເມັດເຕັມໜ່ວຍ.

0 Comments