ຈັບຊາຍ 40 ປີ ມີຢາ 67 ເມັດ ພ້ອມປືນດັດແປງ 4 ກະບອກ
ວັນທີ 5 ກຸມພາ 2023, ເຈົ້າໜ້າທີ່ ປກສ ເມືອງແອດ ສາມາດຕິດຕາມຈັບເປົ້າໝາຍຢາ ໄດ້ ທ້າວ ພອນທອງ ອາຍຸ 40 ປີ ຢູ່ບ້ານນາຍົມ ເມືອງແອດ ແຂວງຫົວພັນ ມີຢາບ້າ 16 ເມັດ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຂົ້າກວດຄົ້ນເຮືອນ ຂອງ ຂອງຜູ້ກ່ຽວພົບຢາບ້າ ຈໍານວນ 67 ເມັດ,ຝິ່ນ 1 ຫໍ່ນ້ອຍ,ອາວຸດລ່າສັດ ປືນດັດແປງ 4 ກະບອກ; ໝື້ໝາກຝ່າ 1 ຫໍ່,ເຄື່ອງຊັອດປາ 1 ຊຸດ,ເງິນ 1 ລ້ານ ກີບ ແລະ ໂທລະສັບ 1 ເຄື່ອງ
ຜ່ານການສອບສວນຜູ່ກ່ຽວ ສາລະພາບວ່າ:ຢາເສບຕິດ ແລະ ຂອງກາງ ຈໍານວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້. ສະນັ້ນ, ເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງໄດ້ຢຶດຂອງກາງຈໍານວນດັ່ງກ່າວ ພ້ອມທັງຈັບຕົວຜູ້ກ່ຽວ ມາດໍາເນີນການສືບສວນ-ສອບສວນ ຫາກຸ່ມແກ້ງຮ່ວມຂະບວນການ ເພື່ອມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂໍ້ມູນຂ່າວ: ປກສ ເມືອງແອດ
0 Comments