ຊີ້ແຈງການໄດ້ຮັບເງິນເດືອນຊັກຊ້າຢູ່ແຂວງສະຫວັນນະເຂດ
ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ ຂໍຊີ້ແຈງກ່ຽວກັບສາຍດ່ວນດັ່ງກ່າວ, ເຫດຜົນທີ່ໄດ້ເງິນເດືອນຊັກຊ້າ ຍ້ອນວ່າ:
- ຕ້ອງລໍຖ້າເອກະສານຮອງຮັບການເລື່ອນຊັ້ນ-ເລື່ອນຂັ້ນເງິນເດືອນຂອງພະນັກງານສຶກສາ ແລະ ເຮັດໃຫ້ການສ້າງແຜນຊັກຊ້າ.
- ກະຊວງສຶກສາທິການ ແລະ ກິລາ ໄດ້ປັບປຸງໂປຣແກມ ເພື່ອປັບປຸງອັດຕາຄ່າຄອງຊີບ 150.000 ກີບ.
- ຍັງມີຫລາຍຂະແໜງການອື່ນໃນແຂວງ ທີ່ບໍ່ທັນໄດ້ເງິນເດືອນ ແຕ່ຜູ້ກ່ຽວບໍ່ເຂົ້າໃຈເຖິງສະພາບຂັ້ນຕອນການເຮັດວຽກ ເຮັດໃຫ້ຜູ້ກ່ຽວໂທສາຍດ່ວນເຖິງພາກສ່ວນກ່ຽວຂ້ອງ.
ດັ່ງນັ້ນ, ຫົວໜ້າພະແນກສຶກສາທິການແລະກິລາແຂວງ ສະຫວັນນະເຂດ ຈິ່ງລາຍງານເຖິງທ່ານຫົວໜ້າຄັງເງິນປະຈຳແຂວງ ສະຫວັນນະເຂດ ເພື່ອຮັບຊາບ ເພື່ອຢັ້ງຢືນເຖິງພາກສ່ວນທີ່ກ່ຽວຂ້ອງ.
------------------------------------------
0 Comments