ປັບປຸງລະບອບອັດຕາກິນໃໝ່ໃນກອງທັບ

ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດວ້ຍການກຳນົດລະບອບອັດຕາເຂົ້າກິນໃນກອງທັບປະຊາຊົນລາວ.

- ອີງຕາມທິດຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດວ້ຍການກຳນົດ. ອັດຕາເຂົ້າກິນໃນທົ່ວກອງທັບໃນຄັ້ງວັນທີ 16/01/2023.
- ອີງຕາມການຄົ້ນຄ້ວາປຶກສາຫາລືລະບອບອັດຕາກິນຂອງນາຍ ແລະ ພົນທະຫານ ເພື່ອຮັບປະກັນຊີວິດການເປັນຢູ່ໃນຄັ້ງວັນທີ 24/01/2023.

ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດກ່ຽວກັບການກໍານົດເຂົ້າກິນໃຫ້ຖືກຕອ້ງ.

ລັດຖະມົນຕີກະຊວງປ້ອງກັນປະເທດຕົກລົງ:

- ມາດຕາ 01: ນັບແຕ່ເດືອນ 03 ປີ 2023 ເປັນຕົ້ນໄປໃຫ້ທຸກພາກສ່ວນກຳລັງຫຼວງ ແລະ ກໍາລັງທ້ອງຖິ່ນ, ໃນທົ່ວກອງທັບເບີກຈ່າຍເຂົ້າກິນອັດຕາປະເດືອນຕາມກໍານົດໃໝ່ 21 ກິໂລ/ຄົນ/ເດືອນ.

- ມາດຕາ 02: ມອບໃຫ້ກົມໃຫ່ຍພະລາທິການກອງທັບອອກຄຳສັ່ງແນະນຳເພີ່ມເຕີມໃນການຈັດຕັ້ງປະຕິບັດ ແລະ ລະບຽບການຄຸ້ມຄອງຕ່າງໆ ໃຫ້ມີປະສິດທິຜົນສູງ.

- ມາດຕາ 03: ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ທີ່ມາ:

0 Comments