ທ່ານ ປອ ດາວວົງ ພອນແກ້ວ ເປັນເຈົ້າແຂວງໆສາລະວັນ ຜູ້ໃໝ່

ສະພາປະຊາຊົນແຂວງ ຮັບຮອງເອົາການເລືອກຕັ້ງ ທ່ານ ປອ ດາວວົງ ພອນແກ້ວ ເປັນເຈົ້າແຂວງໆ ສາລະວັນ ຜູ້ໃໝ່ ດ້ວຍຄະແນນສຽງ 100%

  ອີງຕາມການລາຍງານຂອງເຟສບຸກສະພາປະຊາຊົນແຂວງສາລະວັນ ໃຫ້ຮູ້ວ່າ: ໃນວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ທີ່ຈະດຳເນີນແຕ່ວັນທີ 8-12 ກຸມພາ 2023 ນີ້. ຕອນເຊົ້າມື້ນີ້ ວັນທີ 8 ກຸມພາ 2023, ທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຂຶ້ນຜ່ານໜັງສືສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການສະເໜີແຕ່ງຕັ້ງ ທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫາງານພັກແຂວງ, ຮັກສາການເຈົ້າແຂວງໆ ສາລະວັນ ຂຶ້ນເປັນເຈົ້າແຂວງສາລະວັນຜູ້ໃໝ່.
  ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງສູງ. ພາຍຫລັງປະກອບຄຳເຫັນຂອງຜູ້ແທນສະພາປະຊາຊົນແຂວງແລ້ວ, ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານກອງປະຊຸມ ກໍ່ໄດ້ສະເໜີໃຫ້ສະມາຊິກສະພາປະຊາຊົນແຂວງ ຈຳນວນ 31 ທ່ານ ລົງຄະແນນສຽງຮັບຮອງເອົາ, ຜົນການລົງຄະແນນສຽງ ເຫັນດີ 31 ທ່ານ ຫລື ເທົ່າກັບ 100%
     ຈາກນັ້ນ, ທ່ານ ເຈົ້າແຂວງຜູ້ໃໝ່ ກໍ່ໄດ້ຂື້ນກ່າວຮັບໜ້າທີ່ຢ່າງເປັນທາງການ ແລະ ຄະນະປະທານກອງປະຊຸມໄດ້ຕາງໜ້າໃຫ້ອຳນາດການປົກຄອງແຂວງ ແລະ ປະຊາຊົນຊາວແຂວງສາລະວັນ ມອບກະຕ່າດອກໄມ້ ເພື່ອສະແດງຄວາມຍິນດີ ແລະ ຕ້ອນຮັບ ທ່ານ ປອ ດາວວົງ ພອນແກ້ວ ທີ່ໄດ້ຮັບການເລືອກຕັ້ງເປັນເຈົ້າແຂວງໆ ສາລະວັນ

ໂດຍ: ຄຳແສງ ແກ້ວປະເສີດ

0 Comments